ມອບ-ຮັບໂຄງການກໍ່ສ້າງເຮືອນນອນໃຫ້ກອງຮ້ອຍທະຫານຊາຍແດນ 242

    ພິທີມອບ-ຮັບໂຄງການກໍ່ສ້າງເຮືອນນອນ ໝວດ 3 ກອງຮ້ອຍທະຫານຊາຍແດນ 242 ຈັດຂຶ້ນວັນທີ 2 ພະຈິກ 2021 ເຊິ່ງມອບໂດຍທ່ານ ບຸນມາຄອງ ສຸລິຍະໄທ ຕາງໜ້າກຸ່ມບໍລິສັດ ຕັງຈະເລີນ ຈຳກັດຜູ້ດຽວ ແລະ ຮັບໂດຍທ່ານ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພັນເອກ ດວງ ມາລາ ຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສ ນາທິການກອງທັບ ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ບຸນມາຄອງ ສຸລິຍະໄທ ກ່າວວ່າ: ພາຍຫຼັງການຕົກລົງເປັນເອກະພາບຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃນການປຸກສ້າງເຮືອນນອນຕາມຈຸດປະສົງຂອງບໍລິສັດ ແລະ ອົງການປົກຄອງເມືອງຈັນທະບູລີ ວັນທີ 12 ທັນວາ 2020 ຈຶ່ງໄດ້ເຮັດບົດບັນທຶກຮັບຮອງເອົາແບບການກໍ່ສ້າງເຮືອນນອນທະຫານຊາຍແດນ 242 ໃຫ້ໝວດ 3 ເຊິ່ງເຮືອນນອນດັ່ງກ່າວເປັນອາຄານ 4 ຊັ້ນ ຂະໜາດ 8×8 ແມັດ ປະກອບມີຫ້ອງນໍ້າຢູ່ຊັ້ນ 1 ແລະ ຊັ້ນ 3 ມຸງດ້ວຍຊີແພັກ ຕິດເພດານ ປູດ້ວຍກະໂລ່ ຕິດຕັ້ງລະບົບພັດລົມຄົບຊຸດ ຕິດຕັ້ງໄຟຟ້າ ນໍ້າປະປາ ແລະ ອື່ນໆ ລວມມູນຄ່າ 840 ລ້ານກວ່າກີບ ໂດຍທຶນຊ່ວຍເຫຼືອລ້າຂອງກຸ່ມບໍລິສັດ ຕັງຈະເລີນ ຈໍາກັດຜູ້ດຽວ ໃນນີ້ຈັດຕັ້ງປະຕິບັດໂຄງການແຕ່ວັນທີ 2 ມັງ ກອນ 2021 ແລະ ສໍາເລັດໃນວັນທີ 3 ພະຈິກ 2021.

    ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເພື່ອສົ່ງເສີມຄວາມໜັກແໜ້ນໃນການປະກອບສ່ວນເຮັດໃຫ້ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຕົວເມືອງ ເວົ້າສະເພາະວຽກງານປ້ອງກັນຂອບເຂດຊາຍແດນໃຫ້ມີຄວາມສະຫງົບປອດໄພ ທັງເປັນບ່ອນໄດ້ພັກພາອາໄສທີ່ແຂງແຮງ ແລະ ມີຄວາມສະດວກ ວ່ອງໄວ ຮັບປະກັນໜ້າທີ່ວຽກງານຊາຍແດນໃຫ້ນັບມື້ໜັກແໜ້ນເຂັ້ມແຂງຂຶ້ນເທື່ອລະກ້າວ.

# ຂ່າວ & ພາບ :  ສະບາໄພ

error: Content is protected !!