ການປະຕິບັດແຜນເງິນຕາ 9 ເດືອນຕົ້ນປີຜ່ານມາ ສາມາດແກ້ໄຂໄດ້ຫຼາຍບັນຫາ

    ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ IX ຕໍ່ກັບການຈັດຕັ້ງປະຕິບັດແຜນເງິນຕາ 9 ເດືອນຕົ້ນປີ 2021 ແຜນວຽກຈຸດສຸມຮອດທ້າຍປີ 2021 ວ່າ: ຈາກສາເຫດການລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວມາເປັນເວລາກວ່າ 2 ປີ ສົມທົບກັບສະພາບການເໜັງຕີງ ແລະ ຫຼຸດໂຕນກັນຂອງອັດຕາແລກປ່ຽນເງິນຕາລະຫວ່າງທາງການກັບຕະຫຼາດນອກ ໄດ້ສົ່ງຜົນກະທົບໂດຍກົງຕໍ່ລະບົບເສດຖະກິດມະຫາພາກຂອງລັດຖະບານ ແລະ ການດໍາເນີນທຸລະກິດຂອງພາກເອກະຊົນ ລວມເຖິງການດໍາລົງຊີວິດຂອງປະຊາຊົນ.

    ໃນໄລຍະ 9 ເດືອນຜ່ານມາ ປະເທດເຮົາຍັງຂາດດຸນດ້ານການບໍລິການ ຂາດດຸນລາຍຮັບຂັ້ນໜຶ່ງກັບຕ່າງປະເທດ ເຮັດໃຫ້ມີກະແສເງິນໄຫຼອອກນອກປະເທດປະມານ 303 ລ້ານໂດລາສະຫະລັດ ປະມານ 3.144 ຕື້ກວ່າກີບ ສະເລ່ຍ (ປະມານ 34 ລ້ານໂດລາຕໍ່ເດືອນ ປະມານ 352 ຕື້ກວ່າກີບຕໍ່ເດືອນ) ເພື່ອແກ້ໄຂບັນຫາດັ່ງກ່າວ ທຫລ ໄດ້ສືບຕໍ່ປະຕິບັດນະໂຍບາຍເງິນຕາ ຕາມທິດແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ແລະ ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ໂດຍໄດ້ດໍາເນີນການຮັກສາອັດຕາດອກເບ້ຍພື້ນຖານຂອງ ທຫລ ໄວ້ໃນລະດັບເທົ່າກັບລະດັບທີ່ມີການປັບຫຼຸດໃນຕົ້ນປີຜ່ານມາ ຮັກສາອັດຕາສ່ວນເງິນແຮຝາກບັງຄັບໄວ້ ໃນລະດັບເທົ່າທີ່ມີການປັບຫຼຸດໃນເດືອນພຶດສະພາ 2021 ເພື່ອສ້າງເງື່ອນໄຂອໍານວຍດ້ານສະພາບຄ່ອງໃຫ້ແກ່ລະບົບທະນາຄານ.

    ສືບຕໍ່ປະຕິບັດນະໂຍບາຍສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ທີ່ໄດ້ອະນຸມັດທັງໝົດແລ້ວໃຫ້ແກ່ລູກຄ້າຈໍານວນ 503 ລາຍ ມາຮອດເດືອນກັນຍາ 2021 ໄດ້ເບີກຖອນນໍາໃຊ້ແລ້ວຫຼາຍກວ່າ 1.665 ຕື້ກີບ ໃນນັ້ນ ເປັນສິນເຊື່ອໃຫ້ຂະແໜງກະສິກໍາ ປູກຝັງ ແລະ ລ້ຽງສັດ  ກວມ  58%  ຂອງຍອດການປ່ອຍກູ້ທັງໝົດ  ແລະ  ສ່ວນທີ່ຫຼືອແມ່ນໃຫ້ຂະແໜງຫັດຖະກໍາ ອຸດສາຫະກໍາປຸງແຕ່ງ ຂະແໜງການທ່ອງທ່ຽວ ການບໍລິການປິ່ນອ້ອມ ແລະ ທຸລະກິດອື່ນໆທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກໃນຂອບເຂດທົ່ວປະເທດ ຄື: ນະຄອນຫຼວງວຽງຈັນ ກວມ 39% ແຂວງວຽງຈັນ ກວມ 18% ຈໍາປາສັກ ກວມ 11% ຂອງຍອດການປ່ອຍກູ້ທັງໝົດ ແລະ ຢູ່ບັນດາແຂວງອື່ນໆໃນທົ່ວປະເທດ ພ້ອມນີ້ ໄດ້ສະໜອງແຫຼ່ງທຶນໃຫ້ແກ່ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ (SME) ຜ່ານກະຊວງການເງິນ ຈໍານວນ 100 ຕື້ກີບ ໄດ້ປະກອບສ່ວນແກ້ໄຂສະພາບຄ່ອງດ້ານງົບປະມານດ້ວຍຫຼາຍຮູບການ ຄື: ຈັດຕັ້ງປະມູນຂາຍພັນທະບັດຄັງເງິນໃຫ້ທະນາຄານທຸລະກິດ ແລະ ບັນດາກອງທຶນໄດ້ຈໍານວນ 968 ຕື້ກີບ ພ້ອມທັງຂາຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ ໄດ້ກວ່າ 1.073 ຕື້ກີບ ແລະ 33,3 ລ້ານໂດລາ ປະມານ 344 ຕື້ກວ່າກີບ ປະຕິບັດການແກ້ໄຂບັນຫາໜີ້ໂຄງການລົງທຶນຂອງລັດ (ບ້ວງ 10.000 ຕື້ກີບ) ດ້ວຍຮູບການ ອວ່າຍໜີ້ 3 ແຈ ເປັນສອງໄລຍະ ເຊິ່ງປະຕິບັດໄດ້ປະມານ 3.300 ຕື້ກີບ ກວມ 82,5% ຂອງແຜນການ ອວ່າຍໜີ້ 3 ແຈ (ໃນນີ້ ທະນາຄານກາງໄດ້ຮັບຊື້ພັນທະບັດບ້ວງອວ່າຍໜີ້ 3 ແຈ ຈໍານວນໜຶ່ງ ເພື່ອຊ່ວຍເພີ່ມສະພາບຄ່ອງໃຫ້ແກ່ທະນາຄານທຸລະກິດ ສາມາດສະໜອງສິນເຊື່ອໃຫ້ພາກສ່ວນເສດຖະກິດໄດ້ຫຼາຍຂຶ້ນ).

    ສ່ວນດ້ານນະໂຍບາຍເງິນຕາ ແມ່ນໄດ້ສືບຕໍ່ນໍາໃຊ້ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ໃນນີ້ ນະໂຍບາຍ ແລະ ມາດຕະການທີ່ພົ້ນເດັ່ນທີ່ໄດ້ປະຕິບັດ ແມ່ນປັບປຸງກົນໄກການຄຸ້ມຄອງຮ້ານແລກປ່ຽນເງິນຕາໃຫ້ຮັດກຸມ ໂດຍໄດ້ຢຸດຮັບການສະເໜີ ແລະ ຢຸດການອອກໃບອະນຸຍາດເຄື່ອນໄຫວທຸລະກິດແລກປ່ຽນເງິນຕາໃນເດືອນມິຖຸນາ 2021 ແລະ ດໍາເນີນການຫັນຮ້ານແລກປ່ຽນເງິນຕາໄປເປັນຮ້ານແລກປ່ຽນຕົວແທນຂອງທະນາຄານທຸລະກິດໃນການແລກປ່ຽນເງິນຕາ.

    ມາຮອດປັດຈຸບັນ ມີ 419 ແຫ່ງ ຈາກ 550 ແຫ່ງ ຂອງຮ້ານແລກປ່ຽນເງິນຕາທັງໝົດໃນເມື່ອກ່ອນ ແລະ ຮ້ານທີ່ບໍ່ຫັນເປັນຮ້ານຕົວແທນຂອງທະນາຄານທຸລະກິດ ແມ່ນບໍ່ອະນຸຍາດໃຫ້ເຄື່ອນໄຫວແລກປ່ຽນເງິນຕາຕາມລະບຽບກົດໝາຍ ແລະ ໃນປັດຈຸບັນ ກໍາລັງຢູ່ໃນຂັ້ນຕອນຍົກເລີກຖອດຖອນໃບອະນຸຍາດຂອງບັນດາຮ້ານດັ່ງກ່າວ ແລະ ສືບຕໍ່ດໍາເນີນການຫັນຮ້ານແລກປ່ຽນເງິນຕາໄປຂຶ້ນກັບທະນາຄານທຸລະກິດໃຫ້ສໍາເລັດໃນປີ 2021 ນອກນີ້ ໄດ້ປັບປຸງກົນໄກການກໍານົດອັດຕາແລກປ່ຽນໃນກາງເດືອນກັນຍາ 2021 ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດສາມາດເກັບຊື້ເງິນຕາຕ່າງປະເທດໄດ້ຫຼາຍຂຶ້ນ ແລະ ເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນທາງການ ແລະ ຕະຫຼາດນອກລະບົບແຄບເຂົ້າ ໂດຍໄດ້ອະນຸຍາດໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສາມາດກໍານົດອັດຕາແລກປ່ຽນຂອງຕົນໄດ້ໃນຂອບທີ່ກວ້າງອອກເປັນ±1,5% ທຽບກັບອັດຕາແລກປ່ຽນອ້າງອີງຂອງທະນາຄານກາງ ຈາກລະດັບ±0,25% ທີ່ເຄີຍໄດ້ກໍານົດມາແຕ່ປີ 2008 ມາເຖິງປັດຈຸບັນ ການປະຕິບັດນະໂຍບາດດັ່ງກ່າວ ເວົ້າໄດ້ວ່າປະສົບຜົນສໍາເລັດຕາມຄາດໝາຍວາງໄວ້ໃນລະດັບດີສົມຄວນ ເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນໂດລາຂອງທະນາຄານ ແລະ ຕະຫຼາດນອກລະບົບແຄບເຂົ້າຢູ່ໃນລະດັບ 17,4% ແລະ ແຄບລົງຕື່ມຢູ່ໃນລະດັບ 13,36% ໃນວັນທີ 31 ຕຸລາ 2021 ພ້ອມນີ້ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນບາດ ແມ່ນຢູ່ໃນລະດັບທີ່ຕໍ່າກວ່າ 1% ແລະ ຫຍັບເຂົ້າຫາ 0% ຈາກທີ່ເຄີຍກວ້າງອອກສູງສຸດໃນປີນີ້ເຖິງ 6,13% ໃນຕົ້ນເດືອນກໍລະກົດ 2021 ຜ່ານມາ.

# ຂ່າວ & ພາບ :  ບຸນມີ

error: Content is protected !!