ພະແນກ ຖວທ ນວ ເຊື່ອມຊຶມເອກະສານສຳຄັນຂອງພັກ

    ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ແລະ ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານຮູບແບບອອນລາຍ (ທາງໄກ) ຈັດຂຶ້ນໃນວັນທີ 2 ພະຈິກ 2021 ທີ່ພະແນກ ຖວທ ນວ ໂດຍເປັນປະທານຂອງສະຫາຍ ນາງ ວິໄລວອນ ຈັນທະລາຕີ ຄະນະພັກນະຄອນຫຼວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ນວ ມີບັນດາສະຫາຍຄະນະພັກຮາກຖານ ເລຂາຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຖວທ ນວ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ເຊື່ອມຊຶມເອກະສານສໍາຄັນດັ່ງກ່າວ ເປັນຕົ້ນ: ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ນວ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງ ນວ ຄັ້ງທີ IX (2021-2025) ເອກະສານກົດລະບຽບພັກ ສະໄໝທີ XI ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ຖວທ ນວ ເພື່ອເຮັດໃຫ້ບັນດາສະຫາຍໃນຄະນະພັກ ແລະ ສະມາຊິກພັກທີ່ຢູ່ໃນຄວາມຮັບຜິດຊອບ ຮັບຮູ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິດັ່ງກ່າວ ຕິດພັນກັບຂະແໜງການຂອງຕົນຢ່າງເລິກເຊິ່ງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ.

    ໂອກາດນີ້ ກອງປະຊຸມຍັງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໜ່ວຍພັກທີ່ຂຶ້ນກັບພະແນກ ຖວທ ນວ ທີ່ມີຜົນງານໃນການເຄື່ອນໄຫວວຽກງານດັ່ງກ່າວທີ່ຜ່ານມາຕື່ມອີກ.

.

error: Content is protected !!