ຫຼາຍບັນຫາທີ່ສະພາສະເໜີໃຫ້ລັດຖະບານນຳໄປປັບປຸງແກ້ໄຂ

    ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີກ່ຽວຂ້ອງຈໍານວນໜຶ່ງ ທີ່ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022.

    ໂດຍລວມແມ່ນເຫັນດີເປັນເອກະພາບ ແລະ ສະແດງຄວາມຊົມເຊີຍຕໍ່ລັດຖະບານທີ່ມີຄວາມພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ໃນການຈັດຕັ້ງປະຕິບັດແຜນການໃນທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ ການລະບາດຂອງພະຍາດໂຄວິດ-19 ຄວາມຫຍຸ້ງຍາກດ້ານການເງິນ ໜີ້ສິນສາທາລະນະທີ່ເພີ່ມສູງ ແລະ ບັນຫາອື່ນໆ ທັງໝົດນັ້ນ ລ້ວນແຕ່ເປັນອຸປະສັກຕໍ່ການຈັດຕັ້ງປະຕິບັດແຜນພັດທະນາປະເທດໃນປີນີ້ ແນວໃດກໍຕາມ ຄະນະປະຈໍາສະພາແຫ່ງຊາດ ຍັງມີຄວາມເປັນຫວ່ງຕໍ່ລັດຖະບານໃນຫຼາຍບັນຫາ ພາຍຫຼັງເຫັນວ່າມີຫຼາຍຄາດໝາຍສູ້ຊົນໃນປີ 2021 ແມ່ນບໍ່ສາມາດປະຕິບັດໄດ້ຕາມມະຕິສະພາກໍານົດໄວ້ ຄະນະປະຈໍາສະພາແຫ່ງຊາດພົບເຫັນຫຼາຍຄາດໝາຍຂອງລັດຖະບານທີ່ບໍ່ບັນລຸຜົນໃນປີ 2021 ນີ້ ເປັນຕົ້ນແມ່ນອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ເຊິ່ງບັນລຸພຽງ 3% (ມະຕິສະພາ 4% ຂຶ້ນໄປ) ຄາດໝາຍການນໍາເຂົ້າ-ສົ່ງອອກຫຼຸດລົງ ຂະແໜງການຂາຍຍົກ-ຂາຍຍ່ອຍ ສ້ອມແປງພາຫະນະ ອຸດສາຫະກໍາປຸງແຕ່ງ-ຫັດຖະກໍາ ການຂົນສົ່ງ-ໂດຍສານ ແລະ ຂະແໜງອື່ນໆ ບໍ່ບັນລຸແຜນວາງໄວ້.

    ຄາດໝາຍດ້ານວັດທະນະທໍາ-ສັງຄົມ ກໍພົບຄວາມທ້າທາຍ ໂດຍສະເພາະ ອັດຕາການເຂົ້າຮຽນໃໝ່ລວມ ປ5 ແລະ ມ4 ເຫັນວ່າບໍ່ຄືບໜ້າ ແລະ ມີລັກສະນະຖົດຖອຍ ການຮຽນ-ການສອນ ຜ່ານລະບົບອອນລາຍບໍ່ມີປະສິດທິຜົນເທົ່າທີ່ຄວນ ອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການສັກວັກຊິນກັນພະຍາດ ມີທ່າອ່ຽງບໍ່ບັນລຸຄາດໝາຍ ການສົ່ງເສີມ ແລະ ຈັດຫາວຽກເຮັດງານທໍາໃຫ້ແຮງງານມີອັດຕາສ່ວນຕໍ່າ ການສ້າງບ້ານວັດທະນະທໍາເຮັດໄດ້ໜ້ອຍ ແລະ ບໍ່ຍືນຍົງ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກບໍ່ໄດ້ຕາມແຜນ ການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ຂອງລັດຖະບານຍັງພົບບັນຫາທ້າທາຍຫຼາຍດ້ານ ນອກນີ້ ສະພາບການປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ ການເຄື່ອນໄຫວເສດຖະກິດນອກລະບົບ ເປັນຕົ້ນແມ່ນບັນຫາການຫຼົບຫຼີກພາສີ-ອາກອນ ການລັກລອບນໍາເຂົ້ານໍ້າມັນເຊື້ອໄຟ ຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ.

    ຄຽງຄູ່ກັນນັ້ນ ການປ່ອຍສິນເຊື່ອເຂົ້າສູ່ລະບົບການຜະລິດ ຊຸກຍູ້ວິສາຫະກິດຂະໜາດນ້ອຍ-ກາງ ກໍຍັງບໍ່ໄປຕາມແຜນ ແລະ ການຄຸ້ມຄອງການເຄື່ອນໄຫວຂອງບັນດາສະຖາບັນການເງິນຈຸລະພາກຍັງບໍ່ທັນເຂັ້ມງວດ ແລະ ໂປ່ງໃສ ຕໍ່ບັນດາຄາດໝາຍທີ່ບໍ່ບັນລຸ ແລະ ຂໍ້ຄົງຄ້າງຕ່າງໆ ທີ່ຄະນະປະຈໍາສະພາພົບເຫັນນີ້ຂໍສະເໜີໃຫ້ລັດຖະບານສືບຕໍ່ຄົ້ນຄວ້າເອົາເຂົ້າແຜນປີ 2022 ພ້ອມທັງກໍານົດມາດຕະການທີ່ສອດຄ່ອງ ເພື່ອໃຫ້ສາມາດປະຕິບັດແຜນພັດທະນາປະເທດໃຫ້ດີກວ່າເກົ່າ ແລະ ບັນລຸແຜນການວາງໄວ້.

# ຂ່າວ & ພາບ :  ບຸນມີ

error: Content is protected !!