ກວດພົບຜູ້ຕິດເຊືື້ອພະຍາດໂຄວິດ-19 ວັນນີ້ ເພີ່ມອີກ 873 ຄົນ

    ວັນທີ 2 ພະຈິກ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ ນາງ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາ ຖະແຫຼງຂ່າວປະຈໍາວັນ ວ່າ: ວັນທີ 1 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.415 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 873 ຄົນ (ຕິດເຊື້ອພາຍໃນ ມີ 871 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ).

    ຂໍ້ມູນກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 871 ຄົນ ຈາກ 13 ແຂວງ ແລະ ນະຄອນຫຼວງ ເຊິ່ງຕິດເຊື້ອພາຍໃນຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງ 427 ຄົນ: ມາຈາກ 144 ບ້ານ ໃນ 7 ເມືອງ ຄື: ເມືອງຈັນທະບູລີ ມີ 19 ບ້ານ (48 ຄົນ) ເມືອງສີໂຄດຕະບອງ 25 ບ້ານ (49 ຄົນ) ເມືອງໄຊເສດຖາ 34 ບ້ານ (93 ຄົນ) ເມືອງສີສັດຕະນາກ 20 ບ້ານ (50 ຄົນ) ເມືອງ ນາຊາຍທອງ ມີ 8 ບ້ານ (12 ຄົນ) ເມືອງໄຊທານີ ມີ 22 ບ້ານ (51 ຄົນ) ເມືອງຫາດຊາຍຟອງ 15 ບ້ານ (29 ຄົນ).

    ສໍາລັບຢູ່ຕ່າງແຂວງປະກອບມີ:

  • ຫຼວງພະບາງ 58 ຄົນ ໃນ 15 ບ້ານ ແລະ 4 ເມືອງ
  • ແຂວງວຽງຈັນ 105 ຄົນ ໃນ 21 ບ້ານ ແລະ 5 ເມືອງ
  • ບໍ່ແກ້ວ 40 ຄົນ ໃນ 11 ບ້ານ ແລະ 2 ເມືອງ
  • ຫຼວງນໍ້ທາ 172 ຄົນ ໃນ 35 ບ້ານ ແລະ 4 ເມືອງ
  • ສະຫວັນນະເຂດ 6 ຄົນ ໃນ 5 ບ້ານ ແລະ 3 ເມືອງ
  • ອຸດົມໄຊ 16 ຄົນ ໃນ 6 ບ້ານ ແລະ 1 ເມືອງ
  • ຈໍາປາສັກ 5 ຄົນ ໃນ 3 ບ້ານ ແລະ 2 ເມືອງ
  • ຄໍາມ່ວນ 15 ຄົນ ໃນ 2 ບ້ານ ແລະ 1 ເມືອງ
  • ບໍລິຄໍາໄຊ 12 ຄົນ ໃນ 4 ບ້ານ ແລະ 1 ເມືອງ
  • ເຊກອງ ມີ 7 ຄົນ ໃນ 5 ບ້ານ ແລະ 1 ເມືອງ
  • ໄຊສົມບູນ 4 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  • ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  • ສາລະວັນ ມີ 3 ຄົນ ໃນ 3 ບ້ານ ແລະ 2 ເມືອງ.

    ມາຮອດວັນທີ 1 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 41.829 ຄົນ ເສຍຊີວິດສະສົມ 70 ຄົນ (ໃໝ່ 3) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ 572 ຄົນ ກໍາລັງປິ່ນປົວ 7.695 ຄົນ.

    ລາຍລະອຽດຜູ້ເສຍຊີວິດໃໝ່ 3 ຄົນ ມີ:

  • ຜູ້ທີ 1 ເພດຊາຍ ອາຍຸ 23 ປີ ສັນຊາດ: ລາວ ບ້ານໂນນແຕ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຢູ່ສະຖານທີຄຸມຂັງຊົ່ວຄາວ ເມືອງໄຊເສດຖາ ວັນທີ 29 ຕຸລາ 2021: ຜູ້ກ່ຽວມີອາການລ່ອຍ ຈ່ອຍຜ່ອມ ແລະ ຈືດມ້ານ ໄດ້ເກັບຕົວຢ່າງ ແລະ ຜົນກວດພົບເຊື້ອພະຍາດໂຄວິດ-19 ໄລຍະເວລາປີ່ນປົວ: ນັບແຕ່ວັນທີ 29 ຕຸລາ-1 ພະຈິກ 2021 ເປັນເວລາ 4 ມື້ ວັນທີ 01 ພະຈິກ 2021 ເວລາ 16:00 ໂມງ ຜູ້ກ່ຽວໄດ້ເສຍຊີິວິດ
  • ຜູ້ທີ 2: ເພດຊາຍ ອາຍຸ 73 ປີ ບ້ານພູຄຳ ເມືອງກາສີ ແຂວງວຽງຈັນ ພະຍາດປະຈໍາຕົວ: ເບົາຫວານ ຄວາມດັນເລືອດສູງ (ເຄີຍເສັ້ນເລືອດໃນສະໝອງແຕກ ຫາກໍພັກຟຶ້ນ ແລະ ເລີ່ມຊ່ວຍເຫຼືອຕົນເອງໄດ້ 3 ເດືອນ) ຜ່ານມາ ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ວັນທີ 1 ພະຈິກ 2021: ຜູ້ກ່ຽວມາໂຮງຫມໍເມືອງກາສີ ດ້ວຍອາການອິດເມື່ອຍ ແຂນຂາອ່ອນແຮງ ເປັນໄດ້ 3 ມື້ ແລະ ໄອເລັກນ້ອຍ ຈຶ່ງໄດ້ກວດຊອດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19 ເວລາ 21:00 ໂມງ ຄົນເຈັບມີອາການຊ໋ອກ ແພດໝໍພະຍາບານໄດ້ເຊີດຊູຄົນເຈັບ ແລະ ນຳສົ່ງໄປຍັງສູນໂຄວິດໂພນໂຮງ ໃນໄລຍະເຄື່ອນຍ້າຍຄົນເຈັບຂື້ນລົດ ໄດ້ເຊີດຊູອີກ 1 ຄັ້ງໃນລົດ ເວລາ 23:45 ໂມງ ມາຮອດສູນໂຄວິດໂພນໂຮງ ຄົນເຈັບໄດ້ເສຍຊີວິດລົງ
  • ຜູ້ທີ 3: ເພດຊາຍ ອາຍຸ 82 ປີ ອາຊີບ: ປະຊາຊົນ ບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ວັນທີ 2 ພະຈິກ 2021: ຜູ້ກ່ຽວເຂົ້າມາກວດໂຮງໝໍມິດຕະພາບ ດ້ວຍອາການບໍ່ໄດ້ສະຕິ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແລະ ໃຫ້ຜົນບວກ ເວລາ 1:30 ໂມງເຊົ້າ ຂອງວັນທີ 2 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ (ຜູ້ກ່ຽວເສຍຊີວິດກ່ອນມາໂຮງໝໍ).

# ຂ່າວ & ພາບ :  ວຽງມາ

error: Content is protected !!