ນະຄອນຫຼວງມີຕະຫຼາດຫຼາຍກວ່າ 100 ແຫ່ງ ທີ່ສ້າງຄວາມສະດວກໃຫ້ແກ່ການຊື້-ຂາຍ

ອີງ​ຕາມ​ບົດ​ສະ­ຫຼຸບ​ທີ່​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ III ຂອງ​ຄະ­ນະ​ພັກ​ຮາກ​ຖານ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ເດືອນ​ກຸມ­ພາ 2020 ຜ່ານ​ມາ ເຫັນ​ວ່າ​ໃນ 5 ປີ­ຜ່ານ­ມາ (2015-2019) ຂົງ­ເຂດ​ວຽກ​ງານ​ການ​ຄ້າ​ສາ­ມາດ​ຍາດ​ຜົນ­ງານ​ໄດ້​ຫຼາຍ​ດ້ານ ເຊິ່ງ​ມັນ​ສະ­ແດງ​ອອກ ສາ­ມາດ​ປະ­ຕິ­ບັດ​ຕົວ​ເລກ​ຈໍ​ລະ​ຈອນ​ສິນ­ຄ້າ​ໄດ້ 36.141,66 ຕື້​ກີບ ສົມ​ທຽບ­ໃສ່ 5 ປີ­ຜ່ານ­ມາ​ເພີ່ມ​ຂຶ້ນ 1,58 ເທົ່າ.

ໃນ 5 ປີ­ຜ່ານ­ມາ ຕົວ​ເລກ​ມູນ​ຄ່າ​ການ​ສົ່ງ​ອອກ​ສິນ­ຄ້າ 3.518 ລ້ານ​ໂດ​ລາ​ສະ­ຫະ­ລັດ ທຽບ­ໃສ່ 5 ປີ­ຜ່ານ­ມາ​ເພີ່ມ​ຂຶ້ນ 28,97%  ການ​ສົ່ງ​ອອກ​ສິນ­ຄ້າ​ປະ­ເພດ​ອຸດ­ສາ­ຫະ­ກຳ​ກວມ 35,5% ຖັດ​ລົງ​ມາ​ແມ່ນ​ແຮ່​ທາດ​ກວມ 34,9% ຜະ­ລິດ​ຕະ​ພັນ​ແຮ່​ທາດ 26,2% ສຳ­ລັບ​ສິນ­ຄ້າ​ທີ່​ສົ່ງ​ອອກ​ປະ­ກອບ​ມີ​ຜະ­ລິດ​ຕະ​ພັນ​ໄມ້​ສຳ­ເລັດ​ຮູບ ກະ­ສິ­ກຳ ສັດ­ລ້ຽງ ອຸດ­ສາ­ຫະ­ກຳ ຫັດ­ຖະ­ກຳ ເຄື່ອງ​ປ່າ​ຂອງ​ດົງ ແຮ່​ທາດ ຜະ­ລິດ​ຕະ​ພັນ​ແຮ່​ທາດ ເພັດ ແກ້ວ​ປະ­ເສີດ​ອື່ນໆ ໂລ­ຫະ ແລະ ເສດ​ຕ່າງໆ.

ສຳ­ລັບ​ມູນ​ຄ່າ​ການ​ນຳ​ເຂົ້າ​ສິນ­ຄ້າ 7.211 ລ້ານ​ໂດ​ລາ ທຽບ­ໃສ່ 5 ປີ­ຜ່ານ­ມາ ເຫັນ​ວ່າ​ຫຼຸດ​ລົງ 47% ໃນ​ນັ້ນ​ການ​ນຳ​ເຂົ້າ​ສິນ­ຄ້າ​ຫຼາຍ​ກວ່າ​ໝູ່​ແມ່ນ​ສິນ­ຄ້າ​ປະ­ເພດ​ນ້ຳ­ມັນ​ເຊື້ອ​ໄຟ-ອາຍ​ແກ໊​ສ ກວມ 21,5% ຖັດ​ລົງ​ມາ​ແມ່ນ​ສິນ­ຄ້າ​ປະ­ເພດ​ພາ­ຫະ­ນະ-ຊິ້ນ​ສ່ວນ​ອາ​ໄຫຼ່ ກວມ 20,5% ແລະ ສິນ­ຄ້າ​ປະ­ເພດ​ໄຟ­ຟ້າ​ກວມ 12,4% ສາ­ເຫດ​ທີ່​ພາ​ໃຫ້­ການ​ນຳ​ເຂົ້າ​ຫຼຸດ​ລົງ ເນື່ອງ​ຈາກ​ໃນ​ເມື່ອ​ກ່ອນ ສິນ­ຄ້າ​ທຸກ​ປະ­ເພດ​ແມ່ນ​ນຳ​ເຂົ້າ​ຜ່ານ​ດ່ານ​ນະ­ຄອນ­ຫຼວງ​ວຽງ​ຈັນ ແຕ່​ຕົກ​ມາ​ໃນ​ໄລ­ຍະ 5 ປີ​ນີ້ ໄດ້​ມີ​ດ່ານ​ສາ­ກົນ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຂວງ​ທົ່ວ​ປະ­ເທດ ສະ­ນັ້ນ ຈຶ່ງ​ເຮັດ​ໃຫ້­ການ​ນຳ​ເຂົ້າ-ສົ່ງ​ອອກ​ສິນ­ຄ້າ​ຈຳ­ນວນ​ໜຶ່ງ​ແມ່ນ​ໄດ້​ນຳ​ໃຊ້​ດ່ານ​ສາ­ກົນ​ຕ່າງ​ແຂວງ.

ມາ​ຮອດ​ປັດ­ຈຸ­ບັນ ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ​ມີ​ຕະ­ຫຼາດ​ທັງ​ໝົດ 101 ແຫ່ງ ຖ້າ​ສົມ​ທຽບ­ໃສ່ 5 ປີ ຜ່ານ​ມາ ແມ່ນ​ເພີ່ມ​ຂຶ້ນ 5,2% ໃນ​ນັ້ນ ຕະ­ຫຼາດ​ໃຫຍ່​ມີ 8 ແຫ່ງ ເປັນ​ຕະ­ຫຼາດ​ຂາຍ­ຍົກ-ຂາຍ­ຍ່ອຍ 2 ແຫ່ງ​ຄື: ຕະ­ຫຼາດ​ລາວ-ອົດ​ຊີ ຢູ່​ເມືອງ​ສີ​ໂຄດ​ຕະ­ບອງ ແລະ ຕະ­ຫຼາດ​ໄຮ​ຄຳ ຢູ່​ເມືອງ​ໄຊ​ເສດ​ຖາ ຕະ­ຫຼາດ​ກາງ­ຄືນ​ມີ 29 ແຫ່ງ ຕະ­ຫຼາດ​ນ້ອຍ 64 ແຫ່ງ ໃນ​ນັ້ນ​ມີ​ຕະ­ຫຼາດ­ນັດ 1 ແຫ່ງ ມີ​ສູນ​ການ​ຄ້າ​ທີ່​ເປີດ​ໃຫ້​ບໍ­ລິ­ການ​ແລ້ວ 14 ແຫ່ງ ປັດ­ຈຸ­ບັນ​ມີ 5 ຕະ­ຫຼາດ​ທີ່​ໄດ້​ຮັບ​ການ​ຢັ້ງ­ຢືນ​ເປັນ​ຕະ­ຫຼາດ​ມາດ­ຕະ­ຖານ.

ໂດຍ​ລວມ​ແລ້ວ ມາ​ຮອດ​ປັດ­ຈຸ­ບັນ ຈຳ­ນວນ​ຕະ­ຫຼາດ​ໄດ້​ເກີດ​ຂຶ້ນ​ຫຼາຍ​ແຫ່ງ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ຂອງ​ພວກ​ເຮົາ ທີ່​ໄດ້​ສ້າງ​ຄວາມ​ສະ­ດວກ​ດ້ານ​ຕ່າງໆ​ໃຫ້​ແກ່​ການ​ຊື້-ການ​ຂາຍ ແລະ ການ​ແລກ­ປ່ຽນ​ສິນ­ຄ້າ​ຕ່າງໆ​ຂອງ​ຊາວ​ຄ້າ­ຂາຍ ລວມ​ໄປ​ເຖິງ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ຜູ້​ທີ່​ໄປ​ຈັບ​ຈ່າຍ​ຊື້​ສິນ­ຄ້າ​ເພື່ອ​ມາ​ບໍ­ລິ­ໂພກ ແລະ ຮັບ​ໃຊ້​ການ​ດຳ­ລົງ​ຊີ­ວິດ​ຂອງ​ຕົນ​ເອງ​ແບບ​ທີ່​ວ່າ​ໃກ້​ບ່ອນ​ໃດ​ໄປ​ໃຊ້​ບໍ­ລິ­ການ​ບ່ອນ​ນັ້ນ ຫຼຸດ­ຜ່ອນ​ການ​ເດີນ­ທາງ​ໄກ​ທີ່​ມີ​ການ​ໃຊ້​ຈ່າຍ​ເພີ່ມ ບັນ­ຫາ​ລົດ​ແອ​ອັດ ເວ­ລາ ແລະ ອື່ນໆ.

# ຂ່າວ & ພາບ : ສົມ​ສະ­ຫວັນ

error: Content is protected !!