ວັນທີ 4 ພຶດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຜູ້ປະຈຳການຄະນະສະເພາະກິດ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງຂອງວັນທີ 3 ພຶດສະພາ 2020 ວຽກງານຈຸດຜ່ານດ່ານ ມີຈຳນວນຜູ້ເດີນທາງເຂົ້າມາທັງໝົດ 1.215 ຄົນ ໃນນີ້ ຈຸດຜ່ານດ່ານລາວ-ໄທ 636 ຄົນ ໃນນັ້ນ ມີແຮງງານກັບມາແຕ່ໄທຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 26 ຄົນ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຈີນ 17 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດ 562 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ແລະຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້ ສຳລັບແຮງງານລາວຈຳນວນ 26 ຄົນທີ່ເຂົ້າມາໃໝ່ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກນັ້ນ ແມ່ນມີຖິ່ນຖານມາຈາກແຂວງຈຳປາສັກ 20 ຄົນ ສາລະວັນ 5 ຄົນ ສະຫວັນນະເຂດ 1 ຄົນ ເຊິ່ງໄດ້ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງຈົນຄົບກຳນົດ 14 ວັນ.

ສ່ວນການເຝົ້າລະວັງ ແລະ ວິເຄາະໃນວັນທີ 3 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 39 ຄົນ ໃນນັ້ນ ມີກໍລະນີສົງໄສ 14 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 25 ຄົນ ໃນຈຳນວນກໍລະນີສົງໄສທັງໝົດ 14 ຄົນ ແມ່ນມາຈາກ ນະຄອນຫຼວງວຽງຈັນ 13 ຄົນ ແລະ ແຂວງວຽງຈັນ 1 ຄົນ ສ່ວນໃນຈຳນວນແຮງງານລາວທີ່ກັບມາແຕ່ໄທ 25 ຄົນ ມີຈຳປາສັກ 18 ຄົນ ວຽງຈັນ 4 ຄົນ ຫຼວງພະບາງ 1 ຄົນ ຊຽງຂວາງ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງຜົນກວດທັງໝົດ 39 ຄົນຂອງມື້ວານນີ້ ບໍ່ພົບເຊື້ອໃໝ່ ໝາຍຄວາມວ່າໃນວັນທີ 3 ພຶດສະພາ 2020 ບໍ່ມີກໍລະນີໃໝ່.

ນັບແຕ່ເດືອນມັງກອນ ຮອດວັນທີ 3 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 2.223 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (22 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ) ສ່ວນການຕິດຕາມຢູ່ສະຖານທີ່ຈຳກັດບໍລິເວນຂອງແຂວງ ແລະ ຜູ້ຈຳກັດບໍລິເວນຢູ່ເຮືອນ ສຳລັບຜູ້ເດີນທາງມາຈາກຕ່າງປະເທດ ທົ່ວປະເທດ ຍັງມີສູນຈຳກັດບໍລິເວນທັງໝົດ 137 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 617 ຄົນ ຈຳກັດບໍລິເວນຢູ່ເຮືອນ 358 ຄົນ ເກັບຕົວຢ່າງມາກວດວິເຄາະຫາເຊື້ອ 745 ຄົນ ທັງໝົດບໍ່ພົບເຊື້ອ.

ປັດຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມປິ່ນປົວຢູ່ໂຮງໝໍມິດຕະພາບ 9 ຄົນ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ ພ້ອມນັ້ນ ຮັບເອົາຜູ້ທີ່ອອກໂຮງໝໍນ້ຳເບີ 14 ກັບເຂົ້າມາຕິດຕາມອາການຢູ່ໂຮງໝໍ ແຕ່ວ່າໄດ້ແຍກໄວ້ຢູ່ຕຶກແຍກປ່ຽວໜຶ່ງຕ່າງຫາກ ບໍ່ໄດ້ໄປປົນກັບຜູ້ຕິດເຊື້ອ 9 ຄົນທີ່ກຳລັງປິ່ນປົວຢູ່ນັ້ນ ໝາຍວ່າປັດຈຸບັນນີ້ ມີຜູ້ຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ.
# ຂ່າວ & ພາບ : ຂັນທະວີ