
ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນ (ຄບຕ) ທັງເປັນຄະນະກຳມະການປະດັບປະດາຈັດສັນຄວາມເປັນລະບຽບຮຽບຮ້ອຍອະນາໄມຕົວເມືອງ ໃຫ້ສຳພາດໃນວັນທີ 12 ມີນາ 2020 ວ່າ: ຫ້ອງການ ຄບຕ ໃນນາມຄະນະກຳມະການປະດັບປະດາຈັດສັນຄວາມເປັນລະບຽບຮຽບຮ້ອຍ ອະນາໄມຕົວເມືອງ ໄດ້ສຸມໃສ່ຈັດຕັ້ງປະຕິບັດການຮັກສາຄວາມສະອາດ ແລະ ປະດັບປະດາຕົວເມືອງຕາມໜ້າທີ່ບົດບາດຂອງຕົນ ແລະ ຂັ້ນເທິງມອບໝາຍໃຫ້ສຳເລັດ ພ້ອມທັງໄດ້ປຸກລະດົມໃຫ້ສຳນັກງານ ອົງການພາກລັດ ແລະ ເອກະຊົນ ລວມທັງປະຊາຊົນ ທີ່ມີສຳນັກງານຕັ້ງຢູ່ແຄມເສັ້ນທາງສາຍຫຼັກ ເປັນຕົ້ນຖະໜົນສຸພານຸວົງ ຖະໜົນລ້ານຊ້າງ ຖະໜົນໄກສອນ ສາມແສນໄທ ເສດຖາທິຣາດ ແລະ ອື່ນໆ ໃຫ້ມີສ່ວນຮ່ວມໃນການປະດັບປະດາດ້ວຍການຕິດທຸງຊາດ ທຸງພັກ ທຸງທິວ ແລະ ຮັກສາຄວາມສະອາດໃນຂອບເຂດບໍລິເວນທີ່ຮັບຜິດຊອບເພື່ອຮັກສາຄວາມສະອາດຈົບງາມ ຕ້ອນຮັບວັນສຳຄັນຂອງຊາດ ໂດຍສະເພາະວັນສ້າງຕັ້ງພັກຄົບຮົບ 65 ປີ.

ນອກນັ້ນ ຍັງໄດ້ລ້າງທາງ ດູດຝຸ່ນ ຕົບແຕ່ງສວນສາທາລະນະ ປະດັບປະດາໄຟ ແລະ ສ້ອມແປງໄຟເຍືອງທາງໃນໜົນສາຍຫຼັກໃນ 7 ເສັ້ນທາງໃຫ້ມີແສງສະຫວ່າງ ນອກຈາກນັ້ນ ມາເຖິງປັດຈຸບັນ ໄດ້ແຕ່ງຕັ້ງພະນັກງານວິຊາການລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເຊິ່ງໄດ້ກະກຽມລົດເກັບມ້ຽນຂີ້ເຫຍື້ອຢູ່ແຄມທາງ ໂດຍສະເພາະຂີ້ເຫຍື້ອຍບໍ່ມີເຈົ້າຂອງ ເພື່ອຮັກສາໄດ້ຄວາມສະອາດຈົບງາມ ທັງໄດ້ປະສານສົມທົບກັບອຳນາດການປົກຄອງໃນການເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອໃຫ້ເປັນລະບຽບຮຽບຮ້ອຍ ແລະ ໄດ້ລ່ວງຄອງລະບາຍນ້ຳສາຍຫຼັກ ປັດຈຸບັນໄດ້ພວມລ່ວງຮ່ອງແຊງເອົາຜັກຕົບ ແລະ ຕະກອນອອກເພື່ອຮັກສາຄວາມສະອາດ ກໍຄືເພື່ອໃຫ້ຮ່ອງແຊງສາມາດຮອງຮັບນ້ຳຝົນໃນລະດູຝົນນີ້. ເວົ້າລວມແລ້ວ ການຮັກສາຄວາມສະອາດ ແລະ ປະດັບປະດາຕົວເມືອງນະຄອນຫຼວງວຽງຈັນເປັນວຽກທີ່ທາງ ຄບຕ ໄດ້ເອົາໃຈໃສ່ຈັດຕັ້ງເປັນປະຈຳ ແລະ ຈະສືບຕໍ່ຈັດຕັ້ງຕາມພາລະບົດບາດຂອງຕົນຢ່າງເອົາໃຈໃສ່ ເພື່ອສ້າງຄວາມສະອາດຈົບງາມໃຫ້ກັບນະຄອນຫຼວງວຽງຈັນ ກໍຄືເພື່ອຄຳນັບຮັບຕ້ອນວັນສຳຄັນຕ່າງຂອງຊາດ ແລະ ຕ້ອນຮັບກອງປະຊຸມແອກເມັກ ກໍຄືກອງປະຊຸມອົງຄະນະພັກນະຄອນຫຼວງວຽງຈັນ ກອງປະຊຸມສູນກາງພັັກ ແລະ ອື່ນໆ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.