ການປະກອບອາຊີບໃຫ້ມີຄວາມໝັ້ນຄົງ ສ່ວນໃຫຍ່ແມ່ນເກີດມາຈາກຄວາມດຸໝັ່ນ ອົດທົນ ແລະ ຄວາມຮັກມັກ ຈຶ່ງຈະເຮັດໃຫ້ອາຊີບນັ້ນປະສົບຜົນສຳເລັດ ດັ່ງຄອບຄົວຂອງທ່ານນາງ ວັນ ແກ້ວມະນີວັນ ຄອບຄົວຕົວແບບຜະລິດເຂົ້າໜົມເປັນສິນຄ້າ ບ້ານໂພນສະຫວາດໃຕ້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ທ່ານນາງ ວັນ ແກ້ວມະນີວັນ ໃຫ້ສຳພາດວ່າ ກ່ອນໜ້ານີ້ປະມານ 20 ກວ່າປີ ຕົນເອງໄດ້ປະກອບອາຊີບເປັນພະນັກງານຢູ່ໂຮງງານແຫ່ງໜຶ່ງ ຫຼັງຈາກໄດ້ສ້າງຄອບຄົວແລ້ວ ກໍໄດ້ອອກຈາກວຽກໃນໂຮງງານ ແລ້ວມາຮຽນເຮັດເຂົ້າໜົມນຳຄົນຮູ້ຈັກ ເມື່ອຮຽນເປັນແລ້ວ ກໍຫັນມາຜະລິດເຂົ້າໜົມຂາຍເປັນສິນຄ້າຂອງຄອບຄົວ ເຊິ່ງປະກອບມີເຂົ້າໜົມ 4 ຊະນິດຄື ເຂົ້າໜົມຮັງເຜິ້ງ ເຂົ້າໜົມອຶ່ງ ໂດນັດ ແລະ ເຂົ້າໜົມປີຕີ້ໂຊ ໃນເບື້ອງຕົ້ນແມ່ນຜະລິດເລັກໆໜ້ອຍໆໄປຂາຍຕາມຕະຫຼາດ ໄລຍະທຳອິດບໍ່ໄດ້ຂາຍດີປານໃດ ເມື່ອຜະລິດໄປໄດ້ໄລຍະໜຶ່ງກໍໄດ້ຢຸດເຊົາ ຫຼັງຈາກນັ້ນກໍກັບມາຜະລິດອີກ ແລ້ວໄປຂາຍຢູ່ຕະຫຼາດແຫ່ງໃໝ່ ແລະ ເຫັນວ່າລູກຄ້ານັບມື້ເພີ່ມຂຶ້ນ ສະນັ້ນຈຶ່ງໄດ້ຜະລິດເພີ່ມຂຶ້ນເລື້ອຍໆເພື່ອຕອບສະໜອງກັບຄວາມຕ້ອງການຂອງລູກຄ້າ.

ປັດຈຸບັນ ຂາຍປະຈຳຢູ່ຕະຫຼາດໂນນຄໍ້ ມີທັງຂາຍສົ່ງ ແລະ ຂາຍຍ່ອຍ ກ່ອນບໍ່ທັນເກີດການລະບາດຂອງພະຍາດໂຄວິດ ຜະລິດມື້ລະ 40 ກວ່າກິໂລ ໄລຍະນີ້ຜະລິດພຽງແຕ່ມື້ລະ 20 ກິໂລເທົ່ານັ້ນ ຂາຍລາຄາເລີ່ມຕົ້ນ 1.000-5.000 ກີບ ສາມາດສ້າງລາຍໄດ້ປະມານ 4-5 ແສນກີບຕໍ່ມື້ ການເຮັດເຂົ້າໜົມແມ່ນເນັ້ນໃສ່ຄວາມສະອາດ ປອດໄພ ຖືກຫຼັກອະນາໄມ ສຳລັບວັດຖຸດິບແມ່ນນຳເຂົ້າຈາກຕ່າງປະ ເທດ ດ້ວຍຄວາມເອົາໃຈໃສ່ ແລະ ຄວາມອົດທົນພະຍາຍາມໃນການສູ້ຊີວິດ ຈຶ່ງເຮັດໃຫ້ຄອບຄົວຄົວມີຢູ່ມີກິນ ມີເຮືອນຢູ່ແບບຖາວອນ ມີພາຫະນະຮັບໃຊ້ຈຳນວນໜຶ່ງ ສະນັ້ນການນຳບ້ານຈຶ່ງໄດ້ຮັບຮອງເປັນຄອບຄົວຕົວແບບຂອງບ້ານອີກດ້ວຍ.
# ຂ່າວ & ພາບ : ອົ່ນ ໄຟສົນທອງ