ໄຊຍະບູລີ ຫາລືສືບຕໍ່ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19

    ວັນທີ 4 ພຶດສະພາ 2020 ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບການສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການໃນການປ້ອງກັນ ຄວບຄຸມ ສະກັດກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະປະຕິບັດມາດຕະການຜ່ອນຜັນຂອງລັດຖະບານລະຫວ່າງວັນທີ 4-17 ພຶດສະພາ 2020 ໂດຍເປັນປະທານຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ມີບັນດາຄະນະສະເພາະກິດຕ້ານ ແລະ ສະກັດກັ້ນພະບາດ ໂຄວິດ-19 ຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.

    ກອງປະຊຸມ ໄດ້ມີການຜ່ານແຈ້ງການສະບັບເລກທີ 524/ຫສນຍ ລົງວັນທີ 1 ພຶດສະພາ 2020 ວ່າດ້ວຍການສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 4-17 ພຶດສະພາ 2020 ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍໄດ້ມີການປຶກສາຫາລືຮ່ວມກັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການດັ່ງກ່າວຢ່າງມີປະສິດທິຜົນ ເພື່ອແນໃສ່ການຮັບປະກັນບໍ່ໃຫ້ພະຍາດໂຄວິດ-19 ແຜ່ຂະຫຍາຍອອກເປັນວົງກວ້າງ ເຮັດໃຫ້ຄົນໃນສັງຄົມກັບມາດຳລົງຊີວິດໄດ້ເປັນປົກກະຕິ.

    ນອກນັ້ນ ທ່ານ ນາງ ບຸນພັກ ອິນທະປັນ ຮອງເຈົ້າແຂວງໄຊຍະບູລີ ຍັງໄດ້ລາຍງານຄວາມຄືບໜ້າໃນການສະກັດກັ້ນພະຍາດໂຄວິດ-19 ແຕ່ວັນທີ 17 ມີນາ ຫາ 3 ພຶດສະພາ 2020 ຜ່ານມາ ເຊິ່ງໄລຍະດັ່ງກ່າວ ແຂວງໄຊຍະບູລີມີຄົນເຂົ້າດ່ານສາກົນທັງໝົດ 10.262 ຄົນ ແລະ ເຂົ້າດ່ານປະເພນີ 428 ຄົນ ທົ່ວແຂວງມີສູນກັກກັນບໍລິເວນທັງໝົດມີ 125 ສູນ ຈໍານວນຜູ້ກັກກັນສະສົມຮອດວັນທີ 3 ພຶດສະພາ ມີທັງໝົດ 9.452 ຄົນ ກັກກັນຢູ່ສູນ 8.258 ຄົນ ກັກກັນຢູ່ບ້ານ 1.194 ຄົນ ຮອດປັດຈຸບັນຍັງມີຜູ້ກັກກັນຈໍານວນ 60 ຄົນ ສູນກັກກັນ 10 ສູນ ໄດ້ສໍາເລັດຈຸດຂ້າເຊື້ອມີທັງໝົດ 119 ຈຸດ ທົ່ວແຂວງໄດ້ເກັບຕົວຢ່າງທັງໝົດສົ່ງໄປກວດ 77 ຄົນ ໃນນີ້ ນອນໂຮງໝໍ 24 ຄົນ ຍິງ 8 ຄົນ ຜູ້ສໍາຜັດໃກ້ຊິດ 3 ຄົນ ຍິງ 2 ຄົນ ເຊິ່ງຜົນກວດຕົວຢ່າງທັງໝົດແມ່ນບໍ່ພົບເຊື້ອ.

# ຂ່າວ & ພາບ: ແຂວງໄຊຍະບູລີ

error: Content is protected !!