ສິດເກົ່າໂຮງຮຽນມັດທະຍົມຕອນຕົ້ນຮ່ອງໄກ່ແກ້ວ ມອບທຶນສົມທົບປັບປຸງອາຄານຮຽນ

    ຕົ້ນປີ 2021 ຜ່ານມາ ທີ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຄະນະອະດີດນັກຮຽນ ຮຸ່ນທີ 17 ທີ່ເປັນລູກສິດເກົ່າໂຮງຮຽນມັດທະຍົມສຶກສາຕອນຕົ້ນໂພນຕ້ອງ ສົກຮຽນ 1992-93 ເຖິງສົກຮຽນ 1994-95 ໄດ້ຈັດກິດຈະກໍາຂຶ້ນ ເພື່ອລະດົມທຶນ ແລະ ມອບວັດຖຸປະກອນການຮຽນ-ການສອນຈໍານວນໜຶ່ງ ເພື່ອຊ່ວຍເຫຼືອໂຮງຮຽນ ໂດຍໄດ້ປັບປຸງອາຄານ ແລະ ເດີ່ນພິທີການ-ເດີ່ນກີລາຂອງ ໂຮງຮຽນມັດທະຍົມສຶກສາຕອນຕົ້ນຮ່ອງໄກ່ແກ້ວ ເຂົ້າຮ່ວມງານໃນຄັ້ງນີ້ ມີທ່ານ ເພັດສະໄໝ ນັດຜາສຸກ ຮອງເຈົ້າເມືອງຈັນທະບູລີ ພ້ອມດ້ວຍຄະນະປະຈໍາພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ ອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

    ທ່ານ ລັງສິດ ຖານະສຸກ ໄດ້ຕາງໜ້ານັກຮຽນເກົ່າ ຮຸ່ນທີ 17 ສົກຮຽນ 1992-93 ເຖິງສົກຮຽນ 1994-95) ໄດ້ແຈ້ງໃຫ້ຊາບວ່າ: ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອໂຮງຮຽນໃນໄລຍະຜ່ານມາ (2018-2020) ໄດ້ມີຜູ້ປະກອບສ່ວນທັງໝົດ 80 ກວ່າພາກສ່ວນ ເຊິ່ງໃນນັ້ນ ມີນັກຮຽນເກົ່າ 70 ກວ່າທ່ານ ມີ 2 ຫົວໜ່ວຍວິສາຫະກິດ ນາຍບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານຮ່ອງໄກ່ແກ້ວອີກຈໍານວນໜຶ່ງ ເຊິ່ງໄດ້ທຶນຮອນທັງໝົດມູນຄ່າ 50 ລ້ານກວ່າກີບ ແລະ ໄດ້ນໍາໃຊ້ເຂົ້າໃນການສ້ອມແປງອາຄານ ປັບປຸງເດີ່ນໂຮງຮຽນ ພ້ອມວັດຖູປະກອນການຮຽນ-ການສອນ ແລະ ມອບເປັນຂອງຂວັນໃຫ້ນ້ອງນັກຮຽນເກັ່ງອີກລວມ 26 ຄົນ (ມີ 8 ຫ້ອງ).

    ທ່ານ ສີສຸກ ວິເສດສິນ ຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາຕອນຕົ້ນຮ່ອງໄກ່ແກ້ວ ໄດ້ແຈ້ງໃຫ້ ຊາບວ່າ: ໂຮງຮຽນແຫ່ງນີ້ສ້າງມາໄດ້ຫຼາຍປີແລ້ວ ມາຮອດປັດຈຸບັນແມ່ນເກົ່າແກ່ຊຸດໂຊມຫຼາຍ ຕ້ອງຂອບ ໃຈນຳນັກຮຽນເກົ່າທີ່ເຄີຍຮຽນໃນໂຮງຮຽນແຫ່ງນີ້ ໄດ້ເຕົ້າໂຮມລະດົມທຶນມາຊ່ວຍເຫຼືອ ໂດຍສົມທົບກັບອົງ ການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ຮ່ວມກັນປັບປຸງໂຮງຮຽນ ກໍຄືປັບປຸງອາຄານຮຽນໃຫ້ດີຂຶ້ນ ພ້ອມທັງມອບວັດຖຸອຸປະກອນການຮຽນນຳນວນໜຶ່ງໃຫ້ແກ່ໂຮງຮຽນ ໃນນາມຄະນະຜູ້ບໍລິຫານໂຮງຮຽນ ຂໍຂອບໃຈນຳທຸກທ່ານທີ່ໃຫ້ການຊຸກຍູ້ສົ່ງເສີມ ພັດທະນາໂຮງຮຽນໃຫ້ມີໂສມໜ້າໃໝ່ ເຮັດໃຫ້ນັກຮຽນມີສະຖານທີ່ຮຽນບໍ່ແອອັດຄັບແຄບ ສ້າງເງື່ອນສະດວກໃນການສຶກສາຮ່ຳຮຽນ ພ້ອມຈະບຳລຸງຮັກສາ ເຮັດໃຫ້ໄດ້ນຳໃຊ້ກຸ້ມຄ່າຍາວນານ ເກີດປະໂຫຍດສູງສຸດ.

.# ຂ່າວ – ພາບ :  ບຸນມີ

error: Content is protected !!