ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການປົກປ້ອງເດັກໃນຊ່ວງການລະບາດຂອງພະຍາດ ໂຄວິດ-19
ອຸປະກອນດັ່ງກ່າວຈະຊ່ວຍຮັບປະກັນການສືບຕໍ່ໃຫ້ບໍລິການປົກປ້ອງເດັກທີ່ຈຳເປັນຊ່ວງການລະບາດຂອງພະຍາດ ໂຄວິດ-19.

ນະຄອນຫຼວງວຽງຈັນ, ວັນທີ 27 ເດືອນຕຸລາ ປີ 2021 – ໃນມື້ນີ້,ຜ່ານມາ ອົງການຢູນີອົງການອຸຍນີເຊັບປະຈໍາ ສປປ ລາວ ໄດ້ມອບອຸປະກອນໄອທີ ແລະ PPE ໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອສະໜັບສະໜູນການຮັບມືກັບພະຍາດໂຄວິດ-19 ຂອງລັດຖະບານແຫ່ງ ສປປ ລາວ, ໂດຍສະເພາະ ເພື່ອຊ່ວຍໃຫ້ຮັບປະກັນວ່າການບໍລິການປົກປ້ອງເດັກຍັງຄົງສືບຕໍ່ດຳເນີນໄປໄດ້ ໂດຍເນັ້ນໃສ່ການໃຫ້ຄຳປຶກສາຜ່ານສາຍດ່ວນ ເເລະ ໃຫ້ການຊ່ວຍເຫຼືອແກ່ສູນກັກຕົວຊ່ວງໄລຍະການແຜ່ລະບາດຂອງພະຍາດ.

ອຸປະກອນຕ່າງໆທີ່ໄດ້ນຳມາມອບໃຫ້ ປະກອບມີ ເຈວລ້າງມື, ໜ້າກາກອະນາໄມ,ຜ້າອັດປາກ ຖົງມືອະນາໄມ, ເຄື່ອງວັດແທກອຸນຫະພູມອິນຟຣາເຣດ, ຄອມພິວເຕີ, ໂນດບຸກ, ໂທລະສັບມືຖື, ກ້ອງຖ່າຍຮູບ ແລະ ອຸປະກອນອື່ນໆທີ່ກ່ຽວຂ້ອງກັບການຜະລິດສື່ອອນໄລນ໌ລາຍ ເຊີ່ງມີມູນຄ່າລວມທັງໝົດປະມານ 85.000 ໂດລາສະຫະລັດ.

ພິທີມອບ-ຮັບອຸປະກອນດັ່ງກ່າວ ໄດ້ຈັດຂຶ້ນທີ່ຫ້ອງການສູນກາງຊາວໜຸ່ມ ປປ ລາວ ໂດຍມີ ທ່ານ ດຣ. ອາລຸນໄຊ ສູນນະລາດ, ເລຂາທິການໃຫຍ່ສູນກາງຊາວໜຸ່ມ ປປ ລາວ ແລະ ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິອົງການອຸຍນິເຊັບປະຈຳ ສປປ ລາວ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ດຣ. ອາລຸນໄຊ ສູນນະລາດ, ໄດ້ ເລຂາທິການໃຫຍ່ສູນກາງຊາວໜຸ່ມລາວ ກ່າວວ່າ: “ສູນກາງຊາວໜຸ່ມ ປປ ລາວ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງງ ອົງການຢູນີອົງການອຸຍນີເຊັບ ສໍາລັບການປະກອບສ່ວນນີ້ ເຊີ່ງເປັນການຊ່ວຍເສີມສ້າງການບໍລິການປົກປ້ອງເດັກ, ໂດຍສະເພາະແມ່ນການໃຫ້ຄໍາປຶກສາຜ່ານສາຍດ່ວນຊ່ວຍເຫຼືອສໍາລັບໄວໜຸ່ມ ແລະ ເຍົາວະຊົນຊ່ວງໄລຍະການລະບາດຂອງພະຍາດ ໂຄວິດ-19 ແລະ ໃນອາອະນາຄົດ.”
ອຸປະກອນ PPE ທີ່ໄດ້ສະໜອງນັ້ນ ເເມ່ນ ຈະໄດ້ແຈກຢາຍໃຫ້ຍັງອົງການຈັດຕັ້ງຊາວໜຸ່ມໃນທົ່ວປະເທດ, ໂດຍສະເພາະແມ່ນພະນັກງານຂອງອົງການ ຈັດຕັ້ງຊາວໜຸ່ມທີ່ເປັນພະນັກງານທີ່ຈໍາເປັນ ພວມເຮັດວຽກຊ່ວຍເຫຼືອຕາມສູນກັກຕົວຕ່າງໆ, ທັງນີ້ກໍເພື່ອຮັບປະກັນຄວາມປອດໄພ ແລະ ຄວາມສາມາດໃນການໃຫ້ບໍລິການຊ່ວຍຊີວິດແກ່ເດັກ ແລະ ຄອບຄົວຂອງພວກເຂົາໃນຊ່ວງໄລຍະການລະບາດຂອງພະຍາດ.
ເພື່ອຄວບຄຸມການລະບາດຂອງພະຍາດ ໂຄວິດ-19, ອົງການຢູນິອົງການອຸຍນິເຊັບ ຍັງໄດ້ສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການຮັບຮອງເອົາວິທີແກ້ໄຂບັນຫາເເບບໃໝ່ໃນຫຼາຍໆຮູບເເບບ ເພື່ອຮັບປະກັນການສືບຕໍ່ໃຫ້ບໍລິການທີ່ສຳຄັນໃນການປົກປ້ອງເດັກ, ລວມເຖີງສາຍດ່ວນທີ່ໃຫ້ຄຳປຶກສາ ແລະ ການສົ່ງຕໍ່ໂດຍພະນັກງານ ແລະ ອາສາສະໝັກຂອງສູນກາງຊາວໜຸ່ມ ປປ ລາວ. ອຸປະກອນໄອທີທີ່ອົງການຢູນິອົງການອຸຍນິເຊັບສະໜອງໃຫ້ນັ້ນ ຈະຊ່ວຍເພີ່ມຂະຫຍາຍການເຂົ້າເຖິງການບໍລິການສາຍດ່ວນຊ່ວຍເຫຼືອເຫຼົ່ານີ້ໃຫ້ແກ່ເດັກໃນເຂດຫ່າງໄກສອກຫຼີກ ແລະ ເຂດທີ່ໃຊ້ພາສາຊົນເຜົ່າໃນນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ.
ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິອົງການອຸຍນິເຊັບປະຈຳ ສປປ ລາວ ກ່າວວ່າ: “ອົງການຢູນິອົງການອຸຍນິເຊັບຍັງຄົງເປັນຄູ່ຮ່ວມງານທີ່ມີຄວາມມຸ່ງໝັ້ນຂອງສູນກາງຊາວໜຸ່ມ ປປ ລາວ ໃນຊ່ວງເໄລຍະວລາທີ່ຫຍຸ້ງຍາກ ທີ່ພວກເຮົາທຸກຄົນກໍາລັງປະເຊີນຢູ່. ພວກເຮົາຈະສືບຕໍ່ສະໜັບສະໜູນຄວາມມຸ່ງໝັ້ນຂອງລັດຖະບານແຫ່ງ ສປປ ລາວ ໃນການບໍ່ປ່ອຍປະຖິ້ມໃຜຢູ່ເບື້ອງຫຼັງ ແລະ ຮັບປະກັນການປົກປ້ອງເດັກໃຫ້ເປັນບຸລິມະສິດໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ແລະ ໃນອາະນາຄົດ.”
— ຈົບຂ່າວ —
ສໍາລັບຂໍ້ມູນເພີ່ມເຕີມ ຈົ່ງຕິດຕໍ່:
ທ່ານນາງມາເຣຍ ເຟີນານເດສ, ຫົວໜ້າພະແນກໂຄສະນາ, ສື່ສານ ແລະ ການຮ່ວມມື, ອົງການຢູນິເຊັບປະຈໍາ ສປປລາວ
ໂທ: (+856) 20 55519681, mfernandez@unicef.org
ທ່ານຕະບອງເພັດ ພຸດທະວົງ, ຜູ້ຊ່ຽວຊານດ້ານການສື່ສານ, ອົງການຢູນີເຊັບປະຈຳສປປລາວ, ໂທ: +856 20 96888890. tphouthavong@unicef.org
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບເຮັດວຽກໃນບາງບ່ອນທີ່ຫຸ້ຽງຍາກທີ່ສຸດໃນໂລກ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນທົ່ວ 190 ປະເທດ ແລະ ເຂດແຄ້ວນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກ່ວາສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກໃນສປປລາວ ຈົ່ງເຂົ້າເບິ່ງ:
HYPERLINK “http://www.unicef.org/laos” http://www.ຢູນີເຊັບ.org/laos
ຈົ່ງຕິດຕາມພວກເຮົາໃນ: HYPERLINK “https://www.facebook.com/uniceflaos/” Facebook, HYPERLINK “https://twitter.com/UNICEFLaos” Twitter, HYPERLINK “https://www.youtube.com/user/UNICEFLaoPDR” YouTube ແລະ ໃນ HYPERLINK “https://www.unicef.org/laos/” www.unicef.org