ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ລົງຢ້ຽມຢາມ ຕິດຕາມກວດກາ ໂຄງການການກໍ່ສ້າງຊົນລະປະທານ

    ວັນທີ 25 ຕຸລາ 2021 ທ່ານ ບຸນລ້ວນ  ຊົມສີຫາປັນຍາ ກຳມະການພັກແຂວງໄຊຍະບູລີ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ຮອງປະທານສະພາປະຊາຊົນແຂວງ ລົງຕິດຕາມກວດກາໂຄງການກໍ່ສ້າງຊົນລະປະທານ ແລະ ຕັດຜັງບ້ານຫ້ວຍຊອງ ເມືອງຫົງສາ ມີທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງຫົງສາ ພ້ອມດ້ວຍພະນັກງານແຂວງ ເມືອງ ເຈົ້າຂອງໂຄງການ ແລະ ບໍລິສັດ ວິໄລພອນ 1818 ກໍໍ່ສ້າງເຄຫາ-ຂົວທາງ ແລະ ຊົນລະປະທານ ຈໍາກັດຜູູ້ດຽວເຂົ້າຮວ່ມ. 

    ການລົງຕິດຕາມກວດກາໃນຄັ້ງນີ້ ໄດ້ລົງເບິ່ງໜ້າວຽກຕົວຈິງຂອງໂຄງການການກໍ່ສ້າງຊົນລະປະທານຝາຍນໍ້າແກນ 1 (ບ້ານສີບຸນເຮືອງ) ເມືອງຫົງສາ ເຊິ່ງແມ່ນບໍລິສັດ ສີກັນໃຈ ກໍ່ສ້າງຂົວທາງ ເຄຫະສະຖານ ແລະ ຊົນລະປະທານຈໍາກັດ ເປັນຜູ້ຮັບເໝົາໃນການກໍ່ສ້າງ ໂຄງການດັ່ງກ່າວ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ວັນທີ 23 ພຶດສະພາ 2019 ເປັນຕົ້ນມາ ມາຮອດປັດຈຸບັນ ບັນດາໜ້າວຽກໄດ້ສໍາເລັດແລ້ວ 95,47% ຫຼັງຈາກນັ້ນ ທ່ານ ບຸນລ້ວນ ຊົມສີຫາປັນຍາ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມເບີ່ງໂຄງການຕັດຜັງບ້ານຫ້ວຍຊອງຢູ່ເຂດບ້ານທ່າຊວ່ງ ເຊິ່ງບໍລິສັດ ວິໄລພອນ 1818 ກໍໍສ້າງເຄຫາ-ຂົວທາງ ແລະ ຊົນລະປະທານ ຈໍາກັດຜູູ້ດຽວ ເປັນຜູ້ຮັບເໝົາ ລວມມູນຄ່າ 37 ຕື້ກວ່າກີບ ເລີ່ມລົງມືຈັດຕັ້ງປະຕິບັດແຕ່ເດືອນຕຸລາ 2020 ມາຮອດປັດຈຸບັນ ບັນດາໜ້າວຽກແມ່ນສໍາເລັດເລັດແລ້ວ 75 %.

    ໃນໂອກາດນີ້ ທ່ານ ບຸນລ້ວນ ຊົມສີຫາປັນຍາ ພ້ອມດ້ວຍຄະນະ ຍັງໄດ້ມອບອຸປະກອນການຮຽນ ແລະ ອາຫານສໍາເລັດຮູບໃຫ້ນ້ອງນັກຮຽນທີ່ໂຮງຮຽນມັດທະຍົມຕອນຕົ້ນ ບ້ານທ່າຊວ່ງ ເພື່ອນໍາເຂົ້າໃນການຮຽນ-ການສອນ ຕື່ມອີກ. 

.# ຂ່າວ – ພາບ : ບູນມີ

error: Content is protected !!