ໃນທ້າຍເດືອນເມສາຜ່ານມາ ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ 3 SD ຈຳກັດປະທານຮ່ວມພັດທະນາໂທລະພາບນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະແບ່ງປັນນ້ຳໃຈຕ້ານໄພໂຄວິດ ໄດ້ນຳເອົາເຄື່ອງອຸປະກອນການແພດປະເພດຜ້າປິດປາກ ເຈວລ້າງມື ພ້ອມດ້ວຍນ້ຳດື່ມ ກາເຟຈຳນວນໜຶ່ງ ລວມມູນຄ່າ 32 ລ້ານກີບ ແລະ ເງິນສົດ 20 ລ້ານກີບ ມາມອບໃຫ້ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ເພື່ອເປັນການປະກອບສ່ວນຊຸກຍູ້ຊ່ວຍເຫຼືອໃນການປ້ອງກັນ ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດເຊື້ອຈຸລະໂຣກສາຍພັນໃໝ່ (COVID–19) ກ່າວຮັບໂດຍທ່ານ ພົ.ວ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມຄະນະ.

ໂອກາດນີ້ ທ່ານຫົວໜ້າການເມືອງກອງບັນຊາການທະຫານ ນວ ໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ຄະນະທີ່ໄດ້ປະກອບສ່ວນຊ່ວຍເຫຼືອຄັ້ງນີ້ ພ້ອມນັ້ນ ຍັງໄດ້ກ່າວອີກວ່າຈະນຳເອົາເຄື່ອງອຸປະກອນດັ່ງກ່າວນີ້ໄປໝູນໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕ້ານສະກັດກັ້ນການແຜ່ລະບາດ COVID–19 ໃຫ້ໄດ້ຮັບຜົນດີຢ່າງເຂັ້ມງວດ.


# ຂ່າວ & ພາບ : ສົມສະຫວັນ