ລ້າງມືສະອາດ ປ້ອງກັນການຕິດເຊື້ອພະຍາດ

    ທຸກໆວັນທີ 5 ພຶດສະພາຂອງແຕ່ລະປີ ແມ່ນວັນລ້າງມືສາກົນ “World Hand Hygiene Day” ເພື່ອສົ່ງເສີມກິດຈະກໍາດັ່ງກ່າວ ອົງການອະນາໄມໂລກ ຮ່ວມກັບກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ຈັດກິດຈະກໍາລ້າງມືເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າທຸກທົ່ວໜ້າໃນຂອບເຂດທົ່ວປະເທດໄດ້ມາຮ່ວມກັນລ້າງມື.

    ວັນທີ 4 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ໄດ້ມີກິດຈະກໍາສາທິດການລ້າງມືດ້ວຍສະບູ ແລະ ເຈວລ້າງມືທີ່ຖືກວິທີ ເພື່ອສະເຫຼີມສະຫຼອງວັນລ້າງມືສາກົນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຮາວເວີດ ໂຊເບວ ຜູ້ຕາງໜ້າອົງການອະນາໄມໂລກປະຈໍາລາວ ມີບັນດາຮອງລັດຖະມົນຕີ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ດັ່ງທີ່ພວກເຮົາຮູ້ກັນດີແລ້ວວ່າ ການລ້າງມືດ້ວຍນ້ຳສະອາດໃສ່ສະບູແມ່ນວິທີທີ່ດີທີ່ສຸດ ປະຢັດທີ່ສຸດໃນການປ້ອງກັນການຕິດເຊື້ອພະຍາດ ຈາກການຄົ້ນຄວ້າທາງດ້ານວິທະຍາສາດຢັ້ງຢືນວ່າ ພຽງແຕ່ເຮົາລ້າງມືໃຫ້ສະອາດຢູ່ເລື້ອຍໆ ກໍສາມາດປ້ອງກັນການເຈັບເປັນໄດ້ແລ້ວ 50% ແລະ ຈາກບົດຮຽນຕົວຈິງທີ່ພວກເຮົາຖອດຖອນໄດ້ ໃນການໂຕ້ຕອບການລະບາດຂອງພະຍາດ COVID-19 ທີ່ກໍາລັງລະບາດຢູ່ໃນທົ່ວໂລກນີ້ ການລ້າງມືແມ່ນມາດຕະການສຳຄັນອັນໜຶ່ງເພື່ອຫຼຸດຜ່ອນການຕິດເຊື້ອ ຫຼັງຈາກເຮົາໄດ້ຈັບບາຍກັບສິ່ງຂອງຕ່າງໆ ເພື່ອຊັກຊວນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າປ່ຽນແປງພຶດຕິກຳ ກາຍເປັນຄວາມຊິນເຄີຍໃໝ່ໃນການດຳລົງຊີວິດປົກກະຕິ ໂດຍສະເພາະຢູ່ສະຖານທີ່ບໍລິການສາທາລະນະສຸກ ໂຮງຮຽນ ສະຖານທີ່ບໍລິການສາທາລະນະຕ່າງໆ ກໍ່ໄດ້ມີການປັບປຸງຂໍ້ກຳນົດຕາມກົດໝາຍອະນາໄມ ແລະ ສົ່ງເສີມສຸຂະພາບ ສະບັບປັບປຸງໃໝ່ວັນທີ 2 ມັງກອນ 2020 ໂດຍໃຫ້ມີສິ່ງອຳນວຍຄວາມສະດວກໃນການລ້າງມືດ້ວຍຫຼາຍວິທີ ເປັນຕົ້ນ: ລ້າງມືດ້ວຍນ້ຳສະອາດ ແລະ ນ້ຳສະບູ ລ້າງມືດ້ວຍເຈລ ຫຼື ເຫຼົ້າ 70% ຂຶ້ນໄປ ກໍ່ຈະເຮັດໃຫ້ມືືຂອງພວກເຮົາສະອາດ ປາສະຈາກເຊື້ອພະຍາດ ຫຼຸດຜ່ອນອັດຕາການເຈັບເປັນ ແລະ ການເສຍຊີວິດຍ້ອນພະຍາດຕິດຕໍ່.

# ຂ່າວ & ພາບ : ຂັນທະວີ

error: Content is protected !!