ແລກປ່ຽນຂໍ້ມູນຂ່າວສານດ້ານການທ່ອງທ່ຽວແບບຍືນຍົງໃນຍຸກສະໄໝໃໝ່

    ໃນກອງປະຊຸມສຸດຍອດບັນດານະຄອນອາຊີ-ປາຊີຟິກ ຄັ້ງທີ 13 ຮູບແບບທາງໄກ ວັນທີ 27 ຕຸລາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ນໍາພາບັນດາພະແນກການກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມສຸດຍອດບັນດານະຄອນອາຊີ-ປາຊີຟິກຄັ້ງທີ 13 ໃນຮູບແບບທາງໄກ ທີ່ຈັດຂຶ້ນຢູ່ນະຄອນຟູກຸໂອກະ ປະເທດຍີ່ປຸ່ນ ໃນວັນທີ 26-27 ຕຸລາ 2021 ໂດຍເປັນປະທານຂອງທ່ານ ໂຊອິຈິໂຣ ທາກາຊິມະ ເຈົ້າຄອງນະຄອນຟູກຸໂອກະ ເຊິ່ງມີຫົວໜ້າຄະນະຜູ້ແທນບັນດານະຄອນອາຊີ-ປາຊີຟິກຈາກ 59 ນະຄອນ ໃນ 24 ປະເທດເຂົ້າຮ່ວມ.

     ຕະຫຼອດໄລຍະກອງປະຊຸມ 2 ວັນ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານຈາກອົງການຈັດຕັ້ງສາກົນ ແລະ ໄດ້ມີການຮ່ວມກັນແລກປ່ຽນບົດຮຽນໃນຫຼາຍຫົວຂໍ້ ເປັນຕົ້ນ ທ່າອ່ຽງໃໝ່ ນະໂຍບາຍໃນການພັດທະນາຕົວເມືອງໃຫ້ຕອບສະໜອງກັບວິຖີຊິວິດປົກກະຕິໃໝ່ ນະວັດຕະກຳເພື່ອປັບປຸງສະພາບການດຳລົງຊິວິດຂອງປະຊາຊົນ ໂດຍບໍ່ປະປ່ອຍໃຜຢູ່ເບື້ອງຫຼັງ ກ້າວໄປສູ່ການບັນລຸສັງຄົມກາກບອນ ແລະ ການທ່ອງທ່ຽວແບບຍືນຍົງໃນຍຸກສະໄໝໃໝ່. 

    ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ພູຂົງ ບັນນະວົງ ກໍ່ໄດ້ມີຄໍາເຫັນແລກປ່ຽນໃນຫົວຂໍ້ ການທ່ອງ ທ່ຽວແບບຍືນຍົງໃນຍຸກສະໄໝໃໝ່ ໂດຍໄດ້ຍົກໃຫ້ເຫັນວ່າ: ນະຄອນຫຼວງວຽງຈັນ ແມ່ນເປັນດິນແດນອະລິຍະທຳ ມີປະຫວັດສາດອັນຍາວນານ ມີບູຮານສະຖານ ແລະ ວັດທະນະທຳອັນດີງາມ ເປັນເມືອງເອກຂອງລາວ ມີປະຫວັດຄວາມເປັນມາທີ່ຍາວນານ ມີພື້ນຖານວັດທະນະທຳດ້ານວັດຖຸ ແລະ ຈິດໃຈຢູ່ຄຽງຄູ່ກັບການດຳລົງຊີວິດທີ່ເປັນເອກກະລັກຂອງປະຊາຊົນຄົນວຽງຈັນ ເຊິ່ງນະຄອນຫຼວງວຽງຈັນໄດ້ປະຕິບັດນະໂຍບາຍພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ ທຳມະຊາດ ແລະ ປະຫວັດສາດ ແນໃສ່ແລກປ່ຽນການຮ່ວມມືກັບສາກົນ ກໍຄືພາກພື້ນອາຊຽນ ແລະ ບັນດາປະເທດເພື່ອນມິດໃນໂລກ. 

    ການພັດທະນາສົ່ງເສີມການທ່ອງທ່ຽວໃນຊຸມປີຜ່ານມາ ນະຄອນຫຼວງວຽງຈັນແມ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ການດໍາເນີນທຸລະກິດການທ່ອງທ່ຽວ ແລະ ທຸລະກິດທີ່ສະໜອງການບໍລິການໃຫ້ແກ່ການທ່ອງທ່ຽວໄດ້ຮັບຜົນກະທົບຫຼາຍ ການປະຕິບັດນະໂຍບາຍການທ່ອງທ່ຽວແບບຍືນຍົງໃນຍຸກສະໄໝໃໝ່ ໂດຍນຳໃຊ້ທ່າແຮງດ້ານວັດທະນະທຳ ທຳມະຊາດ ແລະ ປະຫວັດສາດນັ້ນ ໄດ້ມີບົດບາດອັນສຳຄັນເຂົ້າໃນການພັດທະນາ ແລະ ສົ່ງເສີມການທ່ອງທຽວຂອງນະຄອນຫຼວງວຽງຈັນໃຫ້ມີບາດກ້າວຂະຫຍາຍຕົວ ໄປຄຽງຄູ່ກັນນັ້ນ ນະຄອນຫຼວງວຽງຈັນຍັງໄດ້ມີການຮ່ວມມືດ້ານການທ່ອງທ່ຽວແບບຍືນຍົງກັບບັນດານະຄອນໃນພາກພື້ນ ແລະ ສາກົນ ໃນເງື່ອນໄຂການເປີດກ້ວາງການພົວພັນຮ່ວມມືໃນປັດຈຸບັນ ພ້ອມນັ້ນ ຈະສືບຕໍ່ເພີ່ມທະວີການພົວພັນ ແລະ ແລກປ່ຽນຂໍ້ມູນຂ່າວສານ ການຮ່ວມກິດຈະກຳຕ່າງໆຕາມເງື່ອນໄຂ ແລະ ຄວາມສາມາດ ການສ້າງວົງຈອນການທ່ອງທ່ຽວເຊື່ອມຕໍ່ ເພື່ອເປັນຈຸດໝາຍປາຍທາງການທ່ອງທ່ຽວໜື່ງດຽວ ນອກນີ້ ຍັງໄດ້ກ່າວແລກປ່ຽນໃນທີ່ປະຊຸມ ໂດຍສະເໜີໃຫ້ມີກົນໄກໃນການປະສານງານ ເພື່ອແລກປ່ຽນຂໍ້ມູນຂ່າວສານດ້ານການທ່ອງທ່ຽວແບບຍືນຍົງໃນຍຸກສະໄໝໃໝ່ ແລະ ການປັບປ່ຽນຮູບແບບການທ່ອງທ່ຽວ ໃນສະພາບທີ່ມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກຂອງແຕ່ລະນະຄອນໃຫ້ກວ້າງຂວາງ ເພື່ອເປັນການຊຸກຍູ້ການສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຂອງແຕ່ລະນະຄອນ ທັງເປັນການໂຄສະນາການທ່ອງທ່ຽວຮ່ວມກັນ.

.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!