ກະຊວງແຜນການ ແລະ ການລົງທຶນ ປັບປຸງກົງຈັກການຈັດຕັ້ງ

    ພິທີປະກາດການຈັດຕັ້ງຂັ້ນຮອງລັດຖະມົນຕີ ທຽບເທົ່າລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ (ຜທ) ຈັດຂຶ້ນວັນທີ 27 ຕຸລາ 2021 ທີ່ກະຊວງ ຜທ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ມີທ່ານ ດວງຕາ ຈຸມພາວັນ ຫົວໜ້າກົມຄຸ້ມຄອງພະ ນັກງານ ຄະນະຈັດຕັ້ງສູນກາງພັກ ພ້ອມຮອງລັດຖະມົນຕີ ຫົວໜ້າ ຮອງຫົວໜ້າກົມ ແລະ ພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ. 

    ການປະກາດການຈັດຕັ້ງຄັ້ງນີ້ ຄະນະປະຈຳພັກກະຊວງ ຜທ ໄດ້ຄົ້ນຄວ້າເປັນເອກະພາບກັນ ແລະ ສະເໜີຂັ້ນເທິງພິຈາລະນາແຕ່ງຕັ້ງສະຫາຍ ມະໂນທອງ ວົງໄຊ ເປັນຮອງລັດຖະມົນຕີກະຊວງ ຜທ ສະ ຫາຍ ວຽງສະຫວັນ ວິໄລພອນ ເປັນຮອງປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ແຕ່ງຕັ້ງ ສະຫາຍ ໄຊຊະນະ ສິດທິພອນ ເປັນຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ. 

    ໂອກາດນີ້ ທ່ານສອນໄຊ ສີພັນດອນ ຕາງໜ້າຄະນະພັກ ຄະນະນຳກະຊວງ ຜທ ແລະ ໃນນາມສ່ວນຕົວ ໄດ້ສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນເທື່ອນີ້ ເຊິ່ງການປັບປຸງກົງຈັກການຈັດຕັ້ງ ຖືເປັນເລື່ອງປົກກະຕິຂອງພັກ-ລັດເຮົາ ເຊິ່ງຈະຕ້ອງໄດ້ມີການປັບປຸງໄປຕາມສະພາບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະ ແລະ ທັງເປັນການ ປຸກລະດົມໃຫ້ຖັນແຖວພະນັກງານໄດ້ສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົວເອງທາງດ້ານການເມືອງ ແນວຄິດ ການຈັດຕັ້ງ ຄຸນສົມບັດສິນທຳປະຕິວັດ ແບບແຜນດຳລົງຊີວິດ ແບບແຜນວິທີນຳພາປະຕິບັດວຽກງານ ເອົາໃຈໃສ່ຍົກລະດັບຄວາມຮູ້ໃຫ້ມີລະດັບອັນແນ່ນອນ ເພື່ອໃຫ້ມີຄວາມສາມາດໃນການປະຕິບັດໜ້າທີ່ວິ ຊາສະເພາະ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ນັບມື້ນັບສູງຂຶ້ນ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກຂັ້ນເທິງສູງຍິ່ງຂຶ້ນ.

.# ຂ່າວ – ພາບ : ຊິລິການດາ

error: Content is protected !!