ຫາລືເພື່ອຜັນຂະຫຍາຍວຽກງານບໍລິການຜ່ານປະຕູດຽວ

    ກະຊວງພາຍໃນ ຮ່ວມກັບອົງການສະຫະປະຊາຊາດເພື່ອເສດຖະກິດ ແລະ ສັງຄົມ (UN DESA) ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ຫ້ອງການຜູ້ປະສານງານແຫ່ງສະຫະປະຊາຊາດປະຈຳ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຜັນຂະຫຍາຍວຽກງານບໍລິການຜ່ານປະຕູດຽວລະຫວ່າງກະຊວງກັບກະຊວງ (ກອງປະຊຸມທາງໄກ) ໃນວັນທີ 28 ຕຸລາ 2021 ເປັນປະທານຮ່ວມ ຂອງທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ທ່ານ ນາງ ຣີຄາດາ ເຣເກີ ຜູ້ຕາງໜ້າອົງການສະຫະປະຊາຊາດປະຈຳ ສປປ ລາວ ແລະ ທ່ານ ຈູຫວັງ ຊູ ຫົວໜ້າພະແນກໜ່ວຍງານລັດ ແລະ ລັດຖະບານດິຈິຕອລ (DPIDG) ທ່ານ ລີວ ເຊນມິນ ເລຂາທິການໃຫຍ່ເພື່ອເສດຖະກິດ ແລະ ສັງຄົມແຫ່ງອົງການສະຫະປະຊາຊາດ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ນິສິດ ແກ້ວປັນຍາ ກ່າວວ່າ ສູນບໍລິການຜ່ານປະຕູດຽວແຫ່ງທຳອິດໃນ ສປປ ລາວ ໄດ້ສ້າງຕັ້ງຂຶ້ນໃນປີ 2007 ໃນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມາຮອດປັດຈຸບັນ ມີສູນບໍລິການຜ່ານປະຕູດຽວຈຳນວນ 49 ແຫ່ງໃນຂອບເຂດທົ່ວປະເທດ ການຈັດຕັ້ງປະຕິບັດຂອງສູນບໍລິການຜ່ານປະຕູດຽວ ແມ່ນຄວາມພະຍາຍາມຂອງລັດຖະບານແຫ່ງ ສປປ ລາວ ເພື່ອສະໜອງການໃຫ້ບໍລິການລັດທີ່ດີໃຫ້ແກ່ປະຊາຊົນ ເຖິງແມ່ນວ່າມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດສູນບໍລິການຜ່ານປະຕູດຽວຕະຫຼອດຫຼາຍປີຜ່ານມາກໍຕາມ ແຕ່ຍັງມີສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນຂາດການປະສານງານລະຫວ່າງໜ່ວຍງານພາກລັດ ບັນດາກະຊວງ ແລະ ໜ່ວຍງານທີ່ກ່ຽວຂ້ອງ ດັ່ງນັ້ນ ຖ້າຢາກໃຫ້ສູນບໍລິການຜ່ານປະຕູດຽວ ສາມາດສະໜອງການບໍລິການທີ່ດີໃຫ້ແກ່ປະຊາຊົນໄດ້ຢ່າງມີປະສິດທິພາບ ແລະ ໂປ່ງໃສສູງສຸດ ທຸກພາກສ່ວນຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດ. 

    ກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນໂດຍໂຄງການບັນຊີພັດທະນາ 1819G ແຫ່ງອົງການ UN DESA ກ່ຽວກັບການຈັດໜ່ວຍງານເພື່ອການເຊື່ອມໂຍງນະໂຍບາຍ ການປະສານງານ ແລະ ການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍ ແລະ ການທົບທວນຄືນເປົ້າໝາຍການພັດທະນາແບບຍືນຍົງຢູ່ໃນອາຊີ ແລະ ປາຊີຟິກ.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!