ໂຄງການກໍ່ສ້າງ ແລະ ປັບປຸງໂຮງໝໍເສດຖາທິຣາດ ພ້ອມໃຫ້ບໍລິການແກ່ປະຊາຊົນ

    ພິທີມອບ-ຮັບ ໂຄງການກໍ່ສ້າງ ປັບປຸງໂຮງໝໍເສດຖາທິຣາດ ແລະ ໂຮງໝໍແຂວງຈໍາປາສັກ ໄດ້ຈັດຂຶ້ນວັນທີ 27 ຕຸລາ 2021 ທີ່ໂຮງໝໍເສດຖາທິຣາດ ໂດຍກ່າວມອບຂອງທ່ານ Toshio NAGASE ຜູ້ຕາງໜ້າອົງການໄຈກາ ປະຈໍາລາວ ແລະ ກ່າວຮັບຂອງທ່ານ ຫວັງນະຄອນ ດິດຕະພົງ ອໍານວຍການໂຮງໝໍເສດຖາທິຣາດ ມີທ່ານ ສະໜອງ ທອງຊະນະ  ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຫົວໜ້າກົມ ຄະນະອໍານວຍການ ນອກນີ້ ຍັງມີທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຢີ່ປຸ່ນປະຈໍາລາວ ແລະ ຄະນະພະແນກສາທາລະນະສຸກແຂວງຈໍາປາສັກເຂົ້າຮ່ວມໃນຮູບແບບທາງໄກ. 

    ໂຮງໝໍເສດຖາທິຣາດ ໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນ ແລະ ລັດຖະບານຍີ່ປຸ່ນ ສໍາເລັດການກໍ່ສ້າງໃນປີ 2001 ເພື່ອເປັນການພັດທະນາການບໍລິການສຸຂະພາບໃຫ້ດີຂຶ້ນ ລັດຖະບານເຫັນດີໃຫ້ສ້າງຕຶກສຸກເສີນ ແລະ ກວດເຂດນອກຫຼັງໃໝ່ ປະກອບອຸປະກອນການແພດ ໃນໂຄງການດຽວກັນນີ້ ມີການສ້ອມແປງ ແລະ ປະກອບອຸປະກອນການແພດໃຫ້ໂຮງໝໍແຂວງຈໍາປາສັກ ລວມມູນຄ່າ 180 ຕື້ກີບ ໃນນີ້ສະເພາະການສ້າງຕຶກສຸກເສີນ ແລະ ກວດເຂດນອກໂຮງໝໍເສດຖາທິຣາດ ເປັນອາຄານ 2 ຊັ້ນ ເນື້ອທີ່ທັງໝົດ 3.749 ຕາແມັດ ເຊິ່ງໄດ້ຕິດຕັ້ງປະກອບອຸປະກອນການແພດ ແລະ ສິ່ງອໍານວຍຄວາມສະດວກທີ່ມີຄຸນນະພາບສູງ ຖືວ່າເປັນໂຮງໝໍທີ່ທັນສະໄໝແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ແລະ ພ້ອມແລ້ວທີ່ຈະໃຫ້ບໍລິການແກ່ປະຊາຊົນບັນດາເຜົ່າl

# ຂ່າວ & ພາບ : ຂັນທະວີ

error: Content is protected !!