ເມືອງຫົງສາປະກາດປັບປຸງການຈັດຕັ້ງ

    ວັນທີ 26 ຕຸລາ 2021 ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີປະກາດຈັດຕັ້ງພັກ-ລັດ ພາຍໃນເມືອງຂຶ້ນ ໂດຍມີສະຫາຍ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານຂອງເມືອງ ມີຄະນະປະຈຳພັກເມືອງ ຄະນະພັກເມືອງ ຫົວໜ້າ-ຮອງຫົວໜ້າຫ້ອງການ ອຳນວຍການໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ສະຫາຍ ພົມມາ ພົມມະຫານ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຫົງສາ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກເມືອງ ແລະ ເຈົ້າເມືອງຫົງສາ ຈຳນວນ 7 ສະບັບ ຄື: ແຕ່ງຕັ້ງສະຫາຍ ນາງ ຄຳວົງ ແກ້ວມູນລັດ ເປັນເລຂາໜ່ວຍພັກຫ້ອງການສຶກສາທິການ ແລະ ກີລາເມືອງ ທັງເປັນຮອງເລຂາຄະນະພັກຮາກຖານ ແລະ ເປັນປະທານກວດກາຄະນະພັກຮາກຖານ ແຕ່ງຕັ້ງສະຫາຍ ບຸນທັນ ພູລີຈັນ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ ແຕ່ງຕັ້ງສະຫາຍ ບຸນຕາ ແກ້ວອຸດອນ ເປັນຄະນະພັກຮາກຖານ ແລະ ທັງເປັນຮອງປະທານກວດກາຄະນະພັກຮາກຖານ ແຕ່ງຕັ້ງສະຫາຍ ຄຳແພງ ພັນທຸອາມາດ ເປັນຄະນະໜ່ວຍພັກ ທັງເປັນຮອງປະທານກວດກາໜ່ວຍພັກ ແຕ່ງຕັ້ງສະຫາຍ ຂາວພອນ ທຳມະໂນລາ ເປັນຄະນະພັກຮາກຖານ ແຕ່ງຕັ້ງສະຫາຍ ພັດ ສົມບູນ ເປັນເລຂາໜ່ວຍພັກໂຮງຮຽນມັດທະຍົມຕອນຕົ້ນສົງ ແຕ່ງຕັ້ງສະຫາຍ ອາຄົມ ຫານໄຊ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ ແຕ່ງຕັ້ງສະຫາຍ ສົມຄວນ ສຸດທະວົງສາ ເປັນຜູ້ຮັກສາການເລຂາໜ່ວຍພັກເສດຖະກິດເມືອງ ແລະ ແຕ່ງຕັ້ງເປັນຜູ້ຮັກສາການຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແຕ່ງຕັ້ງທ່ານ ຄຳຈັນ ແກ່ນມະນີ ເປັນຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ແຕ່ງຕັ້ງ ທ່ານ ອານຸສອນ ອ່ອນສີເມືອງ ເປັນຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ.

    ໂອກາດນີ້ ສະຫາຍ ນາງ ດາວວິນ ລາດຊະກິດ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ກ່າວເນັ້ນໃຫ້ຜູ້ທີ່ໄດ້ຖືກແຕ່ງຕັ້ງຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ປະຕິບັດໜ້າທີ່ທີ່ການຈັດຕັ້ງມອບໝາຍ ໃຫ້ມີຜົນສຳເລັດ ສືບຕໍ່ບຸກບືນ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນ ບໍ່ໃຫ້ມີການສວຍໃຊ້ໜ້າທີ່ໄປໃນທາງທີ່ບໍ່ຖືກຕ້ອງ ຫຼື ປະປ່ອຍ ເມີນເສີຍ ຖືເບົາຕໍ່ວຽກງານ ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມກ້າວໜ້າຢູ່ສະເໝີ ຈັດວາງບຸລິມະສິດໃນການດຳເນີນງານແຕ່ລະໜ້າວຽກ ແລະ ແຕ່ລະໄລຍະຢ່າງຄັກແນ່ ໂດຍຕິດພັນຢ່າງກົມກຽວ ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍຄືຂໍ້ແຂ່ງ ຂັນທີ່ແຕ່ລະຄະນະພັກຮາກຖານ ແລະ ໜ່ວຍພັກ ໄດ້ປະກາດຂໍ້ແຂ່ງຂັນຮ່ວມກັນ ໃຫ້ກາຍເປັນຂະບວນການທີ່ພົ້ນເດັ່ນ ເກີດຂຶ້ນຢ່າງຈະແຈ້ງ ແລະ ສາມາດປະເມີນຕີລາຄາຜົນສຳເລັດໄດ້ງ່າຍ.

.

# ຂ່າວ & ພາບ : ບຸນມີ

error: Content is protected !!