ກະຊວງ ຜທ ແລະ ອົງການ ສປຊ ລາຍງານຄວາມຄືບໜ້າໃນການກະກຽມຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13

    ວັນທີ 26 ຕຸລາ 2021 ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມກັບອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຖະແຫຼງຂ່າວເພື່ອແຈ້ງຄວາມຄືບໜ້າໃນການກະກຽມຈັດກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ເຊິ່ງຈະມີຂຶ້ນໃນວັນທີ 17 ພະຈິກ 2021 ເຂົ້າຮ່ວມກອງປະຊຸມໂຕະມົນດັ່ງກ່າວ ຈະປະກອບມີບັນດາການນໍາຂັ້ນສູງສຸດຂອງລັດຖະບານ ສປປ ລາວ ລວມທັງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຈະຮ່ວມກັນປຶກສາຫາລື ແລະ ກຳນົດທິດທາງໃຫ້ແກ່ການພັດ ທະນາໃນອີກ 5 ປີຕໍ່ໜ້າ.

    ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ຜທ ແລະ ທ່ານນາງ ຊາຣາ ເຊເກນເນັສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ຮ່ວມກັນຊີ້ແຈງກ່ຽວກັບຄວາມສຳຄັນຂອງກອງປະຊຸມໂຕະມົນຄັ້ງນີ້ ເຊິ່ງຈະປະກອບສ່ວນອັນສຳຄັນເພື່ອຊ່ວຍປັບປຸງການປະສານງານໃນວຽກງານການພັດທະນາ ເພື່ອສະໜັບສະໜຸນບັນດາບຸລິມະສິດດ້ານການພັດທະນາຂອງ ສປປ ລາວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

    ທ່ານຮອງລັດຖະມົນຕີ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງກອງປະຊຸມໂຕະມົນ ໂດຍກ່າວວ່າ: ກອງປະຊຸມຄັ້ງນີ້ ຈະເປັນເວທີອັນສຳຄັນໃຫ້ແກ່ລັດຖະບານ ສປປ ລາວ ໃນການປຸກລະດົບບັນດາຄູ່ຮ່ວມງານ ໃຫ້ຮ່ວມກັນຈັດຕັ້ງປະຕິບັດບັນດາແຜນການພັດທະນາແຫ່ງຊາດ ໂດຍການລວບລວມເອົາບັນດາຄູ່ຮ່ວມງານຈາກພາກເອກະຊົນ ອົງການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງຕ່າງໆຈາກພາກຊຸມຊົນ ແລະ ສັງຄົມ ເພື່ອມາຮຽນຮູ້ກ່ຽວກັບບັນຫາ ສິ່ງທ້າທາຍ ແລະ ຜົນສຳເລັດອັນພົ້ນເດັ່ນທີ່ຜ່ານມາ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງພາຍໃນປີ 2030.

    ຂະນະທີ່ ສປປ ລາວ ຄາດຫວັງວ່າຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026 ກອງປະຊຸມໂຕະມົນລະດັບສູງ ຈະໄດ້ມີການປືກສາຫາລືກ່ຽວກັບແນວທາງໃນການເຮັດວຽກຮ່ວມກັນ ເພື່ອຮັບປະກັນການຂ້າມຜ່ານທີ່ລ່ຽນໄຫຼດີ ຜູ້ປະສານງານອົງການ ສປຊ ໄດ້ເນັ້ນຢ້ຳວ່າ ການປະຕິບັດໄດ້ທັງ 3 ເງື່ອນໄຂຂອງການຫຼຸດພົ້ນ ແມ່ນຖືເປັນຜົນສຳເລັດທີ່ເປັນຂີດໝາຍສຳຄັນ ຂອງ ສປປ ລາວ ເຊິ່ງສະແດງໃຫ້ເຫັນເຖິງຄວາມຄືບໜ້າທີ່ ສປປ ລາວ ສາມາດຍາດມາດໄດ້ຈົນເຖີງປັດຈຸບັນ ເຊິ່ງກອງປະຊຸມໂຕະມົນ ຈະຊ່ວຍໃຫ້ລັດຖະບານ ແລະ ຄູ່ຮ່ວມພັດທະນາ ສາມາດລິເລີ່ມວຽກງານການກະກຽມໃນການສ້າງຍຸດທະສາດການຂ້າມຜ່ານທີ່ລ່ຽນໄຫຼດີ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ກອງປະຊຸມໂຕະມົນລະດັບສູງ ແມ່ນໂອກາດແຫ່ງການຮຽນຮູ້ ແລກປ່ຽນຫຼັກການປະຕິບັດທີ່ມີຜົນສໍາເລັດອັນຈົບງາມ ແລະ ຕໍ່ຍອດຜົນສຳເລັດດັ່ງກ່າວ ໂດຍຜ່ານການພິຈາລະນາ ແລະ ປັບປຸງ ບົດຮຽນ ແລະຜົນສຳເລັດທີ່ພວກເຮົາສາມາດຍາດມາໄດ້ ໂດຍພິຈາລະນາເຖິງຜົນກະທົບວົງກວ້າງຂອງການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງວ່າຈະມີການພົບພໍ້ກັບບັນຫາສິ່ງທ້າທາຍຕ່າງໆຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ 3 ວິກິດການໃຫຍ່ຂອງໂລກ ດ້ານການປ່ຽນແປງສະພາບດິນຟ້າອາກາດ ຄວາມເສຍຫາຍຕໍ່ຊີວະນາໆພັນ ແລະ ຄວາມເສື່ອມໂຊມຂອງສິ່ງແວດລ້ອມ ສປປ ລາວ ກໍຍັງມີຜົນສຳເລັດຢ່າງຕໍ່ເນື່ອງ ແລະ ຈະສືບຕໍ່ແນວທາງການພັດທະນາທີ່ມີຄວາມກວມລວມ ແລະ ມີການຮ່ວມມືກັນ.

    ທ່ານ ນາງ ຊາຣາ ເຊເກນເນັສ ກ່າວວ່າ:ການຖະແຫຼງຂ່າວໃນຄັ້ງນີ້ ແມ່ນຊ່ອງທາງທີ່ສຳຄັນໃນການເຜີຍແຜ່ຂໍ້ມູນຢ່າງເປີດກວ້າງ ໃຫ້ແກ່ທຸກພາກສ່ວນ ລວມທັງຄູ່ຮ່ວມງານທັງໝົດຮັບຊາບ ເພື່ອໃຫ້ເຂົ້າມາມີສ່ວນໃນການສ້າງອະນາຄົດຂອງປະເທດຮ່ວມກັນ.

    ກອງປະຊຸມໂຕະມົນລະດັບສູງໄດ້ຈັດຂຶ້ນທຸກໆ 5 ປີ ແລະ ເປັນເວທີໃຫ້ລັດຖະບານ ສປປ ລາວ ອົງ ການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາໄດ້ມາປຶກສາຫາລືກັນ ໃນຂອດການສະໜັບສະໜຸນການອອກແບບ ແລະ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ຂະບວນການຕ່າງໆໃນການພັດທະນາ.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!