ໄທ ມອບລົດໃຫ້ສູນພັດທະນາກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ

    ວັນທີ 26 ຕຸລາ 2021 ທີ່ກະຊວງກະສິກຳ ແລະ ປ່າໄມ້ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລາຊະທູດໄທ ປະຈໍາ ລາວ ໄດ້ຕາງໜ້າໃຫ້ລັດຖະບານໄທ ມອບລົດໄຖນາ ແລະ ລົດບັນທຸກ ມູນຄ່າ 1.862.625 ບາດ ຫຼື ປະມານ 651 ລ້ານກີບ ໃຫ້ສູນພັດທະນາ ແລະ ບໍລິການດ້ານກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ (ຫຼັກ 22) ເມືອງນາຊາຍທອງ  ນະຄອນຫຼວງວຽງຈັນ  ໂດຍມີ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ທ່ານ ດວງຕາວັນ ສີສົມບັດ ຫົວຫນ້າສູນພັດທະນາ ແລະ ບໍລິການດ້ານກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ ເປັນຜູ້ຮັບ.

   ການຊ່ວຍເຫຼືອດັ່ງກ່າວນີ້ ເປັນສ່ວນໜຶ່ງຂອງໂຄງການຮ່ວມມືໃນການສົ່ງເສີມ ແລະ ເຜີຍແຜ່ຄວາມຮູ້ດ້ານກະສິກຳແບບຍືນຍົງ ໃຫ້ຊາວກະສິກອນ ນັກຮຽນ ນັກສຶກສາ ແລະ ຜູ້ສົນໃຈໃນ ສປປ ລາວ. ໂດຍສູນພັດທະນາ ແລະ ບໍລິການດ້ານກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ ເປັນໜ່ວຍງານໃນການສາທິດການຜະລິດກະສິກຳທີ່ທັນສະໄໝ ໂດຍການໃຊ້ເຕັກໂນໂລຊີດ້ານກະສິກຳ ເພື່ອເພີ່ມປະສິດທິພາບ ແລະ ຫຼຸດຜ່ອນເວລາໃນການຜະລິດກະສິກໍາ ສົ່ງເສີມໃຫ້ ສປປ ລາວ ເປັນແຫຼ່ງຜະລິດອາຫານທີ່ສຳຄັນຂອງພາກພື້ນໃຫ້ຫຼາຍຂຶ້ນ.

# ຂ່າວ & ພາບ : ລັດເວລາ

error: Content is protected !!