ສສຍລ ມອບເຄື່ອງໃຊ້ສຳລັບແມ່ຍິງໃຫ້ອົງການປົກຄອງ ນວ

 ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ດການລະບາດຂອງພະຍາດໂຄວິດ-19 ສະນັ້ນ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ນຳເອົາເຄື່ອງໃຊ້ທີ່ຈຳເປັນສຳລັບແມ່ຍິງ ແລະ ເດັກຍິງ ມາມອບໃຫ້ແກ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ທີ່ຫ້ອງວ່າການປົກຄອງ ນວ ມອບໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານ ສສຍລ ຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີປະທານສະຫະພັນແມ່ຍິງ ນວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

    ເຄື່ອງທີ່ນຳມາມອບຄັ້ງນີ້ ມີເຄື່ອງໃຊ້ສຳລັບແມ່ຍິງ ແລະ ເດັກຍິງເຊັ່ນ ຄຸຢາງ ຜ້າອັດປາກ ເຈວລ້າງມີ ຢາທາກັນຍຸງ ແລະ ອື່ນໆ ຈຳນວນ 1.682 ຊຸດ ມູນຄ່າ 193 ລ້ານກວ່າກີບ ເພື່ອໄປແຈກຢາຍໃຫ້ແມ່ຍິງ ແລະ ເດັກຍິງທີ່ກຳລັງປິ່ນປົວພະຍາດໂຄວິດ-19 ຢູ່ຕາມໂຮງໝໍພາກສະໜາມ 10 ແຫ່ງໃນ ນວ ຄື ໂຮງໝໍພາກສະ ໜາມຫ້ວຍຫົງ ໂຮງໝໍພາກສະໜາມຫຼັກ 27 ໂຮງໝໍພາກສະໜາມລ້ານຊ້າງ ໂຮງໝໍພາກສະໜາມດົງໂດກ ສູນຈຳກັດບໍລິເວນໂຮງຮຽນນາຍສິບເມືອງປາກງື່ມ ໂຮງໝໍພາກສະໜາມດາວເຮືອງ ໂຮງໝໍພາກສະໜາມ ໂຮງຮຽນຄົນພິການສີເກີດ ໂຮງໝໍພາກສະໜາມຫຼັກ 16 ແລະ ໂຮງໝໍພາກສະໜາມສີໂຄດຕະບອງ ມີແມ່ຍິງ ແລະ ເດັກຍິງທັງໝົດ 1.682 ຄົນ ໂດຍຈະໄດ້ຮັບເຄື່ອງຄົນລະ 1 ຊຸດ.

    ໂອກາດນີ້ ທ່ານເຈົ້າຄອງກໍໄດ້ສະແດງຄວາມຂອບໃຈມາຍັງປະທານ ສສຍລ ທີ່ເປັນຫ່ວງເປັນໄຍຕໍ່ກັບວຽກ ງານປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ກໍຄືຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນ ເອື້ອຍນ້ອງແມ່ຍິງທີ່ກຳລັງປິນປົວພະຍາດໂຄວິດ-19 ຢູ່ຕາມໂຮງໝໍແຫ່ງຕ່າງໆໃນ ນວ ເຊິ່ງການໃຫ້ການຊ່ວຍ ເຫຼືອຄັ້ງນີ້ ຈະເປັນແບ່ງເບົາຄວາມຫຍຸ້ງຍາກໃນການຊອກຫາເຄື່ອງໃຊ້ທີ່ຈຳເປັນຂອງເອື້ອຍນ້ອງແມ່ຍິງ ແລະ ເຄື່ອງຈຳນວນດັ່ງກ່າວ ແມ່ນຈະມອບໃຫ້ສະຫະພັນແມ່ຍິງ ນວ ເປັນຜູ້ແຈກຢາຍໃນກຸ່ມເປົ້າໝາຍໃຫ້ທົ່ວເຖິງ.

        # ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!