ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ Covid-19 ໃນວັນທີ 3 ພຶດສະພາ 2020 ສາມອາທິດ ຫຼື 21 ມື້ແລ້ວ ຢູ່ ສປປ ລາວ ກວດບໍ່ພົບຜູ້ຕິດເຊື້ອ Covid-19 ເພີ່ມ ເຊິ່ງຕົວເລກສະສົມຜູ້ຕິດເຊື້ອຍັງຄົງເດີມຢູ່ທີ່ 19 ຄົນ ແລະ ປິ່ນປົວຫາຍດີກັບຄືນບ້ານເພື່ອຕິດຕາມອາການຈຳນວນ 9 ຄົນ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ກ່າວວ່າ: ໃນວັນທີ 02 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 19 ຄົນ ໃນນັ້ນ ເກັບຕົວຢ່າງຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອກໍລະນີທີ 14 ຈຳນວນ 04 ຄົນ ແຮງງານລາວທີ່ກັບມາຈາກປະເທດໄທ 15 ຄົນ ໃນຈຳນວນຜູ້ສຳຜັດໃກ້ຊິດທັງໝົດ 04 ຄົນ ແມ່ນມາຈາກນະຄອນຫຼວງວຽງຈັນ ແລະ ຈຳນວນແຮງງານລາວທີ່ກັບມາແຕ່ໄທ 15 ຄົນ ມີລາຍລະອຽດຄື: ແຂວງສະຫວັນນະເຂດ 06 ຄົນ ບໍລິຄຳໄຊ 03 ຄົນ ຈຳປາສັກ 03 ຄົນ ຄຳມ່ວນ 02 ຄົນ ແລະ ສາລະວັນ 01 ຄົນ ຜົນກວດທັງໝົດ 19 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອໃໝ່ ໝາຍຄວາມວ່າໃນວັນທີ 02 ພຶດສະພາ 2020 ບໍ່ມີກໍລະນີໃໝ່.
ນັບແຕ່ເດືອນມັງກອນ ຮອດວັນທີ 02 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 2,184 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (21 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).
ການຕິດຕາມຢູ່ສະຖານທີ່ຈຳກັດບໍລິເວນຂອງແຂວງ ແລະ ຜູ້ຈຳກັດບໍລິເວນຢູ່ເຮືອນ ສຳລັບຜູ້ເດີນທາງມາຈາກຕ່າງປະເທດ ມາຮອດວັນທີ 02 ພຶດສະພາ 2020 ທົ່ວປະເທດຍັງມີສູນຈຳກັດບໍລິເວນທັງໝົດ 147 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 639 ຄົນ ຈຳກັດບໍລິເວນຢູ່ເຮືອນ 400 ຄົນ ເກັບຕົວຢ່າງມາກວດວິເຄາະຫາເຊື້ອ 720 ຄົນ ທັງໝົດບໍ່ພົບເຊື້ອ.
ປັດຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມປິ່ນປົວຢູ່ໂຮງໝໍມິດຕະພາບ 09 ຄົນ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ. ໃນນີ້ ໄດ້ຮັບເອົາຜູ້ທີ່ອອກໂຮງໝໍນ້ຳເບີ 14 ກັບເຂົ້າມາຕິດຕາມອາການຢູ່ໂຮງໝໍ 01 ຄົນ ລວມມີຜູ້ຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ. ມື້ວານນີ້ກໍໄດ້ຖະແຫຼງໄປແລ້ວ ຢ້ານວ່າມີຄວາມເຂົ້າໃຈຜິດ ສະເພາະຄົນເຈັບເກົ່າທີ່ກວດວິເຄາະພົບເຊື້ອ ພາຍຫຼັງອອກໂຮງໝໍໄປຈຳກັດບໍລິເວນຢູ່ເຮືອນ 14 ມື້ແລ້ວ ຖືວ່າຢູ່ຫຼາຍໆປະເທດກໍມີລາຍງານເຊັ່ນດຽວກັນນີ້ ເຊິ່ງອາດຈະແມ່ນເຊື້ອທີ່ຕາຍແລ້ວ ບໍ່ສາມາດສົ່ງເຊື້ອຕໍ່ໃຫ້ຜູ້ອື່ນ ພວກເຮົາກໍໄດ້ເກັບເອົາຕົວຢ່າງຄົນໃກ້ຊິດກັບຜູ້ກ່ຽວຈຳນວນ 03 ຄົນ ມາກວດວິເຄາະຫາເຊື້ອ ແຕ່ກໍ່ບໍ່ພົບເຊື້ອ.
# ຂ່າວ & ພາບ: ຊິລິການດາ