ສປປ ລາວ ເຜີຍແຜ່ແຜນຍຸດທະສາດການຮັກສາສຸຂະພາບຕາແຫ່ງຊາດ

     ສູນປິ່ນປົວ ແລະ ຮັກສາສຸຂະພາບຕາແຫ່ງຊາດ ຮ່ວມກັບມູນນິທິເຟຣດໂຮໂລ ຈັດກອງປະຊຸມເຜີຍແຜ່ແຜນຍຸດທະສາດການຮັກສາສຸຂະພາບຕາແຫ່ງຊາດປີ 2021-2025 ທີ່ ນະຄອນຫຼວງວຽງຈັນ ຜ່ານກອງປະຊຸມທາງໄກ (ອອນລາຍ) ຂຶ້ນໃນວັນທີ 26 ຕຸລາ 2021 ມີທ່ານ ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ສຸພອນສາ ໄຊປັນຍາ ຫົວໜ້າມູນນິທິເຟຣດໂຮໂລ ປະຈຳ ສປປ ລາວ ທ່ານ ຄຳຄູນ ໂຫລານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາແຫ່ງຊາດ ພ້ອມດ້ວຍຕາງໜ້າພະແນກສາທາລະນະສຸກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ສປປ ລາວ ໄດ້ເຜີຍແຜ່ແຜນຍຸດທະສາດການຮັກສາສຸຂະພາບຕາແຫ່ງຊາດ ເຊິ່ງເປັນແນວທາງຍຸດທະສາດ 5 ປີ ໃນການປ້ອງກັນ ປິ່ນປົວ ຄວບຄຸມ ແລະ ກຳຈັດສາເຫດ ເພື່ອຫຼຸດຜ່ອນຈຳນວນພະຍາດຕາບອດທີ່ສາມາດຫຼີກລ່ຽງໄດ້ ແລະ ແກ້ໄຂສາຍຕາບົກຜ່ອງໃນ ສປປ ລາວ.

       ເປົ້າໝາຍ ແລະ ຈຸດປະສົງລວມຂອງແຜນຍຸດທະສາດການຮັກສາສຸຂະພາບຕາແຫ່ງຊາດ ກໍເພື່ອຮັບປະກັນວ່າປະຊາຊົນລາວມີສຸຂະພາບຕາທີ່ດີ ແລະ ເພື່ອບັນລຸເປົ້າໝາຍດັ່ງກ່າວ ທີມງານວິຊາການແພດຕາ ຈຳເປັນຕ້ອງມີຄວາມພ້ອມ ແລະ ສະໜອງການບໍລິການສຸຂະພາບຕາຢ່າງທົ່ວເຖິງ ມີຄຸນນະພາບ ຍຸດຕິທຳ ແລະ ສະເໝີພາບ ງົບປະມານທັງໝົດສຳລັບແຜນຍຸດທະສາດ ການຮັກສາສຸຂະພາບຕາແຫ່ງຊາດ ແມ່ນ 16 ລ້ານໂດລາສະຫະລັດ ເຊິ່ງນຳພາໂດຍກະຊວງສາທາລະນະສຸກ ເພື່ອສຸມໃສ່ການແກ້ໄຂຊ່ອງຫວ່າງໃນຂົງເຂດ ຮັກສາສຸຂະພາບຕາ ຂອງສປປ ລາວ.

     ໃນແຜນຍຸດທະສາດ ເຫັນໄດ້ວ່າຍັງມີຄວາມຕ້ອງການທາງດ້ານບຸຄະລາກອນແພດຕາເປັນຈຳນວນຫຼາຍ ໃນປັດຈຸບັນນີ້ ມີແພດຊ່ຽວຊານຕາທັງໝົດພຽງແຕ່ 35 ຄົນ ສະໜອງບໍລິການໃຫ້ແກ່ປະຊາຊົນລາວ 7 ລ້ານກວ່າຄົນ ເຊິ່ງຫຼຸດຄາດໝາຍຂອງວິໄສທັດປີ 2020 ສຳລັບ ສປປ ລາວ ຢ່າງໜ້ອຍແມ່ນມີຄວາມຕ້ອງການຊ່ຽວຊານ 1 ຄົນ ຕໍ່ 150.000 ຄົນ ຫຼື ມີຄວາມຕ້ອງການໃຫ້ມີຊ່ຽວຊານຕາເພີ່ມຢ່າງໜ້ອຍ 46 ຄົນ ແຜນການແຫ່ງຊາດຂອງ ສປປ ລາວ ຕັ້ງເປົ້າໝາຍໄວ້ໃຫ້ມີຊ່ຽວຊານຕາ 55 ຄົນເຖິງປີ 2025.

     ແຜນງານຍັງຈະຂະຫຍາຍການເຂົ້າເຖິງການບໍລິການສຸຂະພາບຕາຢ່າງຮອບດ້ານ ສະເໝີພາບ ແລະ ມີ ແຜນສະໜັບສະໜູນພື້ນຖານໂຄງລ່າງທີ່ພຽບພ້ອມ ທັງຕອບສະໜອງຢາທີ່ຈຳເປັນ ອຸປະກອນການແພດທີ່ມີຄຸນນະພາບ ຮັບປະກັນດ້ານການເງິນຢ່າງພຽງພໍ ຜ່ານນະໂຍບາຍຮັກສາສຸຂະພາບແຫ່ງຊາດ.

    ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ໄດ້ມີການຂັບເຄື່ອນການຫຼຸດຜ່ອນພະຍາດຕາບອດທີ່ຫຼີກລ່ຽງໄດ້ ໂດຍສະເພາະແມ່ນເປົ້າໝາຍຂອງອົງການອະນາໄມໂລກ ໃນການບັນລຸການຮັກສາສຸຂະພາບຕາທຸກຖ້ວນໜ້າ.

     ຍັງມີຫຼາຍລ້ານຄົນທີ່ຍັງມີບັນຫາຄວາມບົກຜ່ອງທາງສາຍຕາຢ່າງຮຸນແຮງ ແລະ ບໍ່ສາມາດມີສ່ວນຮ່ວມຢູ່ໃນສັງຄົມໄດ້ ເນື່ອງຈາກພວກເຂົາບໍ່ສາມາດເຂົ້າເຖິງການບໍລິການຟື້ນຟູ ແລະ ຮັກສາ ເພື່ອສ້າງໃຫ້ໂລກມີປະຊາກອນທີປາສະຈາກການຕາບອດທີ່ຫຼີກລ່ຽງໄດ້ ການບໍລິການດູແລສຸຂະພາບຕາ ລວມທັງການຟື້ນຟູຕ້ອງໄດ້ສະໜອງໃຫ້ໃກ້ຊິດກັບຊຸມຊົນເພື່ອໃຫ້ບັນລຸຄວາມຕ້ອງການສູງສຸດຂອງພວກເຂົາ.

      ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ໄດ້ນຳພາໃນການຈັດຕັ້ງປະຕິບັດຍຸດທະສາດເຫຼົ່ານີ້ ໂດຍການສືບຕໍ່ຮ່ວມມືກັບບັນດາທ້ອງຖິ່ນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານເຊັ່ນ: ມູນນິທິເຟຣດໂຮໂລອົງການ CBM (Christian Blindness Mission ແລະ ECF (Eye care Foundation)
ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ທີ່ເຮັດວຽກກ່ຽວກັບວຽກງານຕາ ຈະເປັນສ່ວນຊ່ວຍໃຫ້ແຜນຍຸດທະສາດດັ່ງກ່າວເປັນທີ່ຮັບຮູ້ໃນຂົງເຂດພາກລັດ.

     ອົງການຈັດຕັ້ງສາກົນ ກໍຄືມູນນິທິເຟຣດໂຮໂລ ໄດ້ຊ່ວຍຟື້ນຟູ ແລະ ຮັກສາສາຍຕາໃຫ້ແກ່ປະຊາຊົນເປັນເວລາ 13 ປີຈົນມາຮອດປັດຈຸບັນ ແລະ ຂໍຂອບໃຈມາຍັງລັດຖະບານອົດສະຕຣາລີ ແລະ ການສະໜັບສະໜູນຈາກໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານອົດສະຕຣາລີ (ANCP).

         # ຂ່າວ & ພາບ :  ເພັດສະໝອນ

error: Content is protected !!