ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 26 ຕຸລາ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 25 ຕຸລາ ຜ່ານມາ ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.109 ຕົວຢ່າງ ຜົນວິໄຈ ກວດພົບຜູ້ຕິດເຊືື້ອໃໝ່ 770 ຄົນ ໃນນັ້ນຕິດເຊື້ອພາຍໃນມີ 766 ຄົນ ແລະ ຕິດເຊື້ອນໍາເຂົ້າ 4 ຄົນ ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນຈຳນວນດັ່ງກ່າວຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ 337 ຄົນ ມາຈາກ 101 ບ້ານ ໃນ 8 ເມືອງຄື: ເມືອງຈັນທະບູລີ ມີ 18 ບ້ານ 37 ຄົນ ເມືອງສີໂຄດຕະບອງ 14 ບ້ານ 47 ຄົນ ເມືອງໄຊເສດຖາ ມີ 21 ບ້ານ 69 ຄົນ ເມືອງສີສັດຕະນາກ 15 ບ້ານ 62 ຄົນ ເມືອງນາຊາຍທອງ 3 ບ້ານ 4 ຄົນ ເມືອງໄຊທານີ ມີ 13 ບ້ານ 41 ຄົນ ເມືອງຫາດຊາຍຟອງມີ 13 ບ້ານ 16 ຄົນ ແລະ ເມືອງສັງທອງ 3 ບ້ານມີ 15 ຄົນ.

ສໍາລັບການຕິດເຊື້ອພາຍໃນຢູ່ແຂວງຕ່າງໆ ມີ
- ຫຼວງພະບາງ 160 ຄົນ 14 ບ້ານ ໃນ 4 ເມືອງ
- ແຂວງວຽງຈັນ 135 ຄົນ 33 ບ້ານ ໃນ 5 ເມືອງ
- ແຂວງບໍ່ແກ້ວ 41 ຄົນ 9 ບ້ານ ໃນ 2 ເມືອງ
- ສາລະວັນ 25 ຄົນ ໃນ 2 ບ້ານ ໃນ 2 ເມືອງ
- ແຂວງອຸດົມໄຊ 23 ຄົນ 18 ບ້ານ ໃນ 6 ເມືອງ
- ແຂວງຈໍາປາສັກ 20 ຄົນ 8 ບ້ານ ໃນ 3 ເມືອງ
- ແຂວງຄໍາມ່ວນ 9 ຄົນ 6 ບ້ານ ໃນ 2 ເມືອງ
- ແຂວງບໍລິຄໍາໄຊ 8 ຄົນ 3 ບ້ານ ໃນ 1 ເມືອງ
- ແຂວງສະຫວັນນະເຂດ 3 ຄົນ 3 ບ້ານ ໃນ 1 ເມືອງ
- ແຂວງຫຼວງນໍ້າທາ 3 ຄົນ 2 ບ້ານ ໃນ 1 ເມືອງ
- ແຂວງເຊກອງ 1 ຄົນ 1 ບ້ານ ໃນ 1 ເມືອງ
- ແຂວງໄຊສົມບູນ 1 ຄົນ 1 ບ້ານ ໃນ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນຈາກ ແຂວງ ໄຊຍະບູລີ 2 ຄົນ ສະຫວັນນະເຂດ 1 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ.
ມາຮອດວັນທີ 25 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວທັງໝົດ 37.018 ຄົນ ເສຍຊີວິດສະສົມ 56 ຄົນ (ໃໝ່ 3) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນຜ່ານມາ 497 ຄົນ ແລະ ກໍາລັງປິ່ນປົວຢູ່ໂຮງໝໍ ແລະ ສູນທີ່ກຳນົດໄວ້ 6.909 ຄົນ.
# ຂ່າວ & ພາບ : ລັດເວລາ