ລາຍລະອຽດຜູ້ເສຍຊີວິດໃໝ່ຈາກພະຍາດໂຄວິດ-19 ຈຳນວນ 3 ຄົນ ປະຈໍາວັນທີ 26 ຕຸລາ 2021

  • ຜູ້ທີ 1: ເພດຊາຍ ອາຍຸ 77 ປີ ບ້ານໜອງໃສ ເມືອງສາລະວັນ ແຂວງສາລະວັນ ຜູ້ກ່ຽວມີພະຍາດປະຈໍາຕົວ: ເປັນເບົາຫວານ ວັນນະໂລກປອດ ແລະ ຄວາມດັນເລືອດສູງ.
    • ຜ່ານມາໄດ້ສັກວັກຊີນກັນໂຄວິດ J&J ຄົບ
    • – ວັນທີ 25 ກັນຍາ 2021: ມາກວດຢູ່ໂຮງໝໍແຂວງສາລະວັນ ດ້ວຍອາການອິດເມື່ອຍ ອ່ອນເພຍ ຜູ້ກ່ຽວປິ່ນປົວຢູ່ໂຮງໝໍດັ່ງກ່າວ 2 ອາທິດ ແຕ່ອາການບໍ່ດີຂຶ້ນ
    • ວັນທີ 9 ຕຸລາ 2021: ໄດ້ນຳສົ່ງຄົນເຈັບໄປປິ່ນປົວ ຢູ່ໂຮງໝໍ 106 ກອງທັບ ຫຼງຈາກນັ້ນ ຈິ່ງສົ່ງຕໍ່ເຂົ້າປິ່ນປົວຢູ່ໂຮງໝໍແຂວງຈໍາປາສັກ ຍ້ອນອາການທາງລະບົບຫາຍໃຈຮຸນແຮງກະທັນຫັນ ແລະ ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19.
    • ວັນທີ 10 ຕຸລາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ນໍາສົ່ງໄປປິ່ນປົວໂຄວິດຢູ່ໂຮງໝໍໂພນທອງ ເປັນເວລາ 10 ວັນ
    • ວັນທີ 19 ຕຸລາ 2021: ອາການຜູ້ກ່ຽວບໍ່ດີຂື້ນ ຈຶ່ງໄດ້ຍ້າຍມາປີ່ນປົວຢູ່ສູນປີ່ນປົວໂຮງໝໍແຂວງສາລະວັນ.
    • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ນັບແຕ່ວັນທີ 19-25 ຕຸລາ 2021 – ວັນທີ 25 ຕຸລາ 2021 ເວລາ 02:00 ໂມງເຊົ້າ ຜູ້ກ່ຽວອາການບໍ່ດີຂື້ນ ຫາຍໃຈຝືດ ແໜ້ນໜ້າເອີກ ເເລະ ເສຍຊີວິດໃນເວລາຕໍ່ມາ.
  • ຜູ້ທີ 2: ເພດຊາຍ ອາຍຸ 57 ປີ ອາຊີບ: ກຳມະກອນ ບ້ານ ໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
    • ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ ໂຮງໝໍມິດຕະພາບ ໃນວັນທີ 21/10/2021.
    • ພະຍາດປະຈຳຕົວ: ເບົາຫວານ ຄວາມດັນເລືອດສູງ ເລືອດຈາງ ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ
    • ຜ່ານມາບໍ່ໄດ້ຮັບການສັກຢາວັກຊິນກັນໂຄວິດ
    • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 21-25/10/2021
    • ວັນທີ 25/10/2021 ເວລາ 19:30 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.
  • ຜູ້ທີ 3: ເດັກອາຍຸ 4 ປີ ບ້ານໂພສີ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
    • ຄົນໃນຄອບຄົວ (ແມ່ ແລະ ອ້າຍ) ກວດພົບເຊື້ອພະຍາດໂຄວິດ-19
    • ບໍ່ມີພະຍາດປະຈໍາຕົວ ແລະ ຜູ້ກ່ຽວມີສຸຂະພາບແຂງແຮງ
    • ວັນທີ 24 ຕຸລາ 2021 ເວລາ 18:00 ໂມງ ໄດ້ເຂົ້າມາກວດຢູ່ສຸກເສີນຂອງໂຮງໝໍແຂວງ ວຽງຈັນ ຍ້ອນຖືກອຸບັດຕິເຫດໃບໜ້າ ແລະ ຫົວໄຂ່ບວມ ບໍ່ໄດ້ສະຕິ
    • ມາຮອດເວລາ 24:00 ໂມງ: ເດັກມີອາການຫາຍໃຈຊ້າ ຢຸດຫາຍໃຈ ເເລະ ຕໍ່ມາໄດ້ເສຍຊີວິດ
    • ໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແຕ່ວ່າຜູ້ກ່ຽວເສຍຊີວິດກ່ອນທີ່ຜົນກວດຈະອອກມາວ່າພົບເຊື້ອພະຍາດໂຄວິດ-19.
error: Content is protected !!