ການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ເປັນໜ້າທີ່ສຳຄັນ ຮີບດ່ວນ ແລະ ເປັນໜ້າທີ່ຂອງໝົດທຸກຄົນໃນສັງຄົມ ທີ່ຕ້ອງພ້ອມກັນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ໂດຍສະເພາະ ການຈັດຕັ້ງປະຕິບັດຄຳສັ່ງແນະນຳ ເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີ ຖືເປັນປັດໄຈສຳຄັນຕົ້ນຕໍທີ່ຈະຕ້ອງໄດ້ເອົາໃຈໃສ່ເປັນພິເສດ ຢ່າງເປັນເຈົ້າການ ແລະ ຕໍ່ເນື່ອງ.

ທ່ານ ວິລະສັກ ໂສແສງຈັນ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງສີສັດຕະນາກ ນະຄອນຫຼວງວຽງ ຈັນ (ນວ) ກອງເລຂາຄະນະສະເພາະກິດ ປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ກ່າວວ່າ: ສະເພາະເມືອງຂອງພວກເຮົາ ນຳໂດຍທ່ານ ບຸນເມກ ວິໄລແສງ ຮອງເຈົ້າເມືອງສີສັດຕະນາກ ຫົວໜ້າສະເພາະກິດຂັ້ນເມືອງ ພ້ອມຄະນະ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ມີການແບ່ງຈຸປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອລົງຊຸກຍູ້ວຽກງານໃນແຕ່ລະວັນ.

ໃນແຕ່ລະວັນ ທາງໜ່ວຍປະຈຳການຕ້ອງລົງກວດກາຕາມຈຸດຕ່າງໆພາຍໃນເມືອງຂອງຕົນ ເຊິ່ງມີ ທັງໝົດ 10 ຈຸດ ໃນນັ້ນ ມີກອງຮ້ອຍທະຫານຕະເວນຊາຍແດນ ກຳລັງ ປກສ ສູນ 191 ຕຳຫຼວດຈະລາຈອນ 2 ຈຸດ ແລະ ຈຸດປະຈຳການຂອງ ປກສ ກຸ່ມ ຈຳນວນ 6 ຈຸດ ແຕ່ລະວັນ ທາງຄະນະໄດ້ລົງເຄື່ອນໄຫວຊຸກຍູ້ ບັນດາຈຸດຕ່າງໆ ນຳເອົານ້ຳດື່ມ ຜ້າປິດປາກ-ດັງ ລົງແຈກໃຫ້ຜູ້ປະຈຳການໃນແຕ່ລະຈຸດ ພ້ອມກັບການເຜີຍແຜ່ ແນະນຳໃຫ້ຄວາມຮູ້ແກ່ພໍ່ແມ່ປະຊາຊົນທີ່ເດີນທາງຜ່ານໄປມາໃນແຕ່ລະຈຸດ.

ໂອກາດນີ້ ຂໍຂອບໃຈນຳທຸກພາກສ່ວນ ທັງພາກລັດ-ເອກະຊົນ ແລະ ສ່ວນບຸກຄົນ ທີ່ໃຫ້ການປະກອບ ສ່ວນຊຸກຍູ້ວຽກງານໃນການປະຕິບັດໜ້າທີ່ຂອງຄະນະສະເພາະກິດ ລວມທັງການຮ່ວມມືຂອງອົງການຈັດຕັ້ງທຸກພາກສ່ວນ ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ທີ່ໃຫ້ການຮ່ວມມື ເອົາໃຈໃສ່ປະຕິບັດຕາມຄຳສັ່ງແນະນຳຂອງຂັ້ນເທິງ ເຮັດໃຫ້ການປະຕິບັດໜ້າທີ່ລຸລວ່ງຕາມລະດັບຄາດໝາຍ ອີກເທື່ອໜຶ່ງ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດຜັນຂະຫຍາຍ ຄຳສັ່ງແນະນຳເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີໃຫ້ມີປະສິດທິຜົນຢ່າງຕໍ່ເນື່ອງ.

# ຂ່າວ & ພາບ: ເພັດສະໝອນ