
ພິທີຖະແຫຼງຂ່າວ ການຮ່ວມມືທາງທຸລະກິດດ້ານການຕະຫຼາດ ລະຫວ່າງບໍລິສັດລາວໂທລະຄົມມະ ນາຄົມມະຫາຊົນ (ລລທ) ແລະ ບໍລິສັດຟໍເຕໂຕໂກປະກັນໄພ ຈັດຂຶ້ນວັນທີ 10 ມີນາ2020 ຢູ່ສຳນັກງານໃຫຍ່ ລລທ ໂດຍການຖະແຫຼງຂ່າວຂອງທ່ານ ທັນສະໄໝ ຊາມຸນຕີ ຫົວໜ້າຄະນະພັດທະນາຄຸນນະພາບການບໍລິການ ລລທ ແລະ ທ່ານ Charles Cheo ຜູ້ບໍລິຫານກຸ່ມບໍລິສັດຟໍເຕໂຕໂກປະກັນໄພ ມີຜູ້ຕາງໜ້າຈາກກະຊວງການເງິນ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທັນສະໄໝ ຊາມຸນຕີ ກ່າວວ່າ: ດ້ວຍຄວາມກ້າວໜ້າ ແລະ ທັນສະໄໝຂອງເຕັກໂນໂລຊີສະໄໝໃໝ່ ໄດ້ສ້າງກາລະໂອກາດ ແລະ ເອື້ອອຳນວຍຄວາມສະດວກໃຫ້ທຸລະກິດຫຼາຍຂະແໜງການ ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກ້າວກະໂດດ ຄຽງຄູ່ກັນນີ້ ກໍໄດ້ສ້າງຄວາມສະດວກສະບາຍ ແລະ ເພີ່ມທາງເລືອກໃໝ່ໃຫ້ຜູ້ບໍລິໂພກຫຼາຍຂຶ້ນ ເມື່ອບັນດາຂະແໜງການທຸລະກິດມີການຮ່ວມມືກັນ ຍິ່ງເຮັດໃຫ້ສາມາດຕອບສະໜອງຄວາມຕ້ອງການ Life style ຂອງຜູ້ຊົມໃຊ້ໄດ້ດີຍິ່ງຂຶ້ນເຊັ່ນກັນ ຜະລິດຕະພັນ “ສະບາຍໃຈ ໄປໃສໄປກັນ” ແມ່ນຜົນຈາກການຮ່ວມມືກັນລະຫວ່າງ ລລທ ເຊິ່ງເປັນບໍລິສັດຊັ້ນນຳດ້ານການສື່ສານໂທລະຄົມມະນາຄົມຂອງ ສປປ ລາວ ຫຼາຍກວ່າ 23 ປີ ແລະ ບໍລິສັດຟໍເຕໂຕໂກປະກັນໄພ ຜູ້ມີປະສົບການດ້ານທຸລະກິດປະກັນໄພ ຈາກປະເທດກຳປູເຈຍ ປະສົບການຫຼາຍກວ່າ 10 ປີ.
ທ່ານ Charles Cheo ກ່າວວ່າ: ຜະລິດຕະພັນ “ສະບາຍໃຈໄປໃສໄປກັນ” ອອກແບບມາສຳລັບລູກຄ້າຜູ້ໃຊ້ບໍລິການໂທລະສັບມືຖືຂອງ ລລທ ໂດຍສະເພາະ ທຸກເທື່ອທີ່ລູກຄ້າສະໝັກ Internet Packageຂອງ ລລທ ສາມາດເລືອກເອົາ Package ຄວບຄູ່ກັບປະກັນໄພຂອງບໍລິສັດ ຟໍເຕໂຕໂກປະກັນໄພ ໄດ້ຢ່າງສະດວກ ເພື່ອຮັບສິດທິພິເສດໃນການຄຸ້ມກັນ ແລະ ຫຼຸດຜ່ອນການການສູນເສຍຈາກອຸບັດເຫດເຊັ່ນ: ຄ່າໃຊ້ຈ່າຍຮັກສາປິ່ນປົວເວລານອນໂຮງໝໍ 110.000 ກີບຕໍ່ 1 ຄືນ ໄດ້ຮັບຄ່າຊົດເຊີຍສູງສຸດ 19 ລ້ານກີບ ກໍລະນີອຸບັດເຫດສ່ວນບຸກຄົນ ພິການຖາວອນຫຼືເສຍຊີວິດ ເງື່ອນໄຂຜູ້ທີ່ໃຊ້ບໍລິການນີ້ ຕ້ອງເປັນລູກຄ້າທີ່ໃຊ້ໂທລະສັບມືຖືເບີຕື່ມເງິນ ແລະ ເບີ Net Sim ຂອງ ລລທ ທົ່ວປະເທດ ອາຍຸ 16-69 ປີ ເປັນຄົນລາວ ຫຼື ຄົນຕ່າງປະເທດທີ່ອາໄສຢູ່ລາວ ຕ້ອງສະໝັກ Package ຄົບຕາມເກນທີ່ກຳນົດ ສາມາດເລືອກໄດ້ແຕ່ຕ່ຳ-ສູງ.