Huawei ແລະ Informa Tech ເປັນເຈົ້າພາບຈັດກອງປະຊຸມສຸດຍອດ BWS

    ຫົວເຫວີຍ ແລະ Informa Tech ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມ Better World Summit (BWS) ວັນທີ 18 ຕຸລາ 2021 ແບບທາງໄກ ຢູ່ດູໄບ ສະຫະລັດອາຣັບເອມີເຣດ ໂດຍມີທ່ານ Bob Cai ຫົວໜ້າຝ່າຍການຕະຫຼາດຂອງກຸ່ມທຸລະກິດຜູ້ໃຫ້ບໍລິການຂອງ Huawei ທ່ານ Richard Mahony ຮອງປະທານຝ່າຍການຕະຫຼາດຜູ້ໃຫ້ບໍລິການຂອງ Informa Tech ທ່ານ ດຣ Dena Assaf ຜູ້ປະສານງານອົງການສະຫະປະຊາຊາດຂອງສະຫະລັດອາຣັບເອມີເຣດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ Bob Cai ກ່າວເປີດງານຫົວຂໍ້ “Green ICT for Green Development” ວ່າ: ໃນຖານະເປັນຜູ້ໃຫ້ບໍລິການຊັ້ນແນວໜ້າລະດັບໂລກ ດ້ານໂຄງສ້າງພື້ນຖານ ICT ແລະ ອຸປະກອນອັດສະລິຍະ ຫົວເຫວີຍ ໄດ້ລວມເອົາການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມເຂົ້າກັບທຸກສິ່ງທີ່ພວກເຮົາເຮັດ ພວກເຮົາເຫັນສິ່ງນີ້ເປັນສ່ວນໜຶ່ງຂອງຄວາມຮັບຜິດຊອບຕໍ່ສັງຄົມ ຫົວເຫວີຍ ພ້ອມທີ່ຈະເປັນພັນທະມິດທີ່ດີທີ່ສຸດສໍາລັບຜູ້ປະກອບການ ເພື່ອໃຫ້ເກີດພາວະຄາບອນເປັນກາງ  ແລະ ດ້ວຍຜະລິດຕະພັນທີ່ປັບປຸງໃໝ່ ແລະ ການແກ້ໄຂບັນຫາ ພວກເຮົາຈະຊ່ວຍໃຫ້ຜູ້ປະກອບການ ຕັດການປ່ອຍອາຍຄາບອນ ແລະ ເຮັດໃຫ້ເຄືອຂ່າຍມີປະສິດທິຜົນດ້ານພະລັງງານຫຼາຍຂຶ້ນ ພວກເຮົາຍັງຕ້ອງການເຮັດວຽກຮ່ວມກັບຜູ້ປະກອບການ ແລະ ນໍາໃຊ້ ICT ເພື່ອຊ່ວຍເຮັດໃຫ້ອຸດສາຫະກໍາອື່ນໆ ສາມາດຕັດການປ່ອຍອາຍຄາບອນ ແລະ ກາຍເປັນຄວາມສົມດຸນຂອງຄາບອນໄດ້ໄວຂຶ້ນ.

    ເດືອນມິຖຸນາ 2021 Huawei ແລະ Informa Tech ໄດ້ຮ່ວມກັນສະເໜີຂໍ້ລິເລີ່ມ Network Carbon Intensity (NCI) ເຊິ່ງການປ່ອຍອາຍຄາບອນຕໍ່ບິດຂອງຂໍ້ມູນ ໄດ້ຖືກກໍານົດເປັນຕົວວັດແທກໃໝ່ສໍາລັບເຄືອຂ່າຍຮັກສາສິ່ງແວດລ້ອມ ຫົວເຫວີຍ ໄດ້ເນັ້ນໜັກວ່າການສະແຫວງຫາຊີວິດທີ່ດີກວ່າຂອງຄົນເຮົາ ຕ້ອງມີຄວາມສົມດຸນກັບຄວາມຕ້ອງການການປ່ອຍອາຍຄາບອນທີ່ຕໍ່າກວ່າ ບໍລິສັດຈຶ່ງສະເໜີຂໍ້ລິເລີ່ມນີ້ ເພື່ອຈັດການ ແລະ ວັດແທກແຜນງານການຫຼຸດຜ່ອນຄາບອນໃຫ້ດີຂຶ້ນ ແລະ ພາຍໃນງານຄັ້ງນີ້ ຫົວເຫວີຍໄດ້ເນັ້ນເຖິງຄວາມຈໍາເປັນໃນການສ້າງເວທີສໍາລັບການຮ່ວມມືດ້ານອຸດສາຫະກໍາ ກ່ຽວກັບການພັດທະນາການທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ກ່າວວ່າ BWS ເປັນຕົວຢ່າງທີ່ດີ ເວທີນີ້ຈະນໍາເອົາຄູ່ຮ່ວມງານໃນອຸດສາຫະກໍາ ແລະ ຜູ້ປະກອບການ ເພື່ອແບ່ງປັນນະວັດຕະກຳເຕັກໂນໂລຊີໃໝ່ ແລະ ການປະຕິບັດຫຼ້າສຸດໃນວິທີການຕັດການປ່ອຍອາຍຄາບອນ ແລະ ປະກອບສ່ວນໃນອຸດສາຫະກໍາ ICT ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ.

    ທ່ານ Bob Cai ກ່າວຕື່ມອີກວ່າ: ພວກເຮົາເຊື່ອວ່າ BWS ໃນເມືອງດູໄບ ເປັນການເລີ່ມຕົ້ນທີ່ດີ ຈາກມຸມມອງຂ້າງໜ້າພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບຄູ່ຮ່ວມອຸດສາຫະກໍາ ແລະ ຜູ້ປະກອບການ ເພື່ອສົ່ງເສີມການພັດທະນາການຮັກສາສິ່ງແວດລ້ອມຂອງທຸກອຸດສາຫະກໍາ ໂດຍນໍາໃຊ້ເຕັກໂນໂລຊີນະວັດຕະກໍາໃໝ່ ໃນຂະນະທີ່ພວກເຮົາຄິດເຖິງຫົວຂໍ້ຂອງຫ້ອງວາງສະແດງຜະລິດຕະພັນຫຼັກໃນເມືອງດູໄບ ເຮັດໃຫ້ມີແສງສະຫວ່າງໃນອະນາຄົດ ພວກເຮົາເຊື່ອວ່າຈະສ້າງອະນາຄົດທີ່ເປັນມິດກັບສິ່ງແວດລ້ອມໄປນຳກັນ.

# ຂ່າວ & ພາບ :  ສະບາໄພ

error: Content is protected !!