ທພລ-ອິນທີຣາ ເຊັນສັນຍາຮ່ວມທຶນເປັນຄູ່ຮ່ວມຍຸດທະສາດພັດທະນາແຫຼ່ງທ່ອງທ່ຽວ

    ພິທີເຊັນສັນຍາຄູ່ຮ່ວມຍຸດທະສາດ ເພື່ອພັດທະນາແຫຼ່ງທ່ອງທ່ຽວໃນ ສປປ ລາວ ລະຫວ່າງທະນາຄານພັດທະນາລາວ (ທພລ) ແລະ ບໍລິສັດ ອິນທິຣາ ກຣຸບ ຈັດຂຶ້ນວັນທີ 18 ຕຸລາ 2021 ທີ່ສໍານັກງານໃຫຍ່ ທພລ ຮ່ວມລົງນາມຂອງທ່ານ ລິດສະໝີ ລາດຊະວົງ ຜູ້ອໍານວຍການໃຫຍ່ ທພລ ແລະ ທ່ານ ອິນທີ ເດືອນສະຫວັນ ປະທານກຸ່ມບໍລິສັດ ອິນທິຣາ ມີຄະນະກໍາມະການບໍລິຫານງານ ທພລ ແລະ ບໍລິສັດ ອິນທິຣາ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ແກ້ວສະຫວ່າງ ສອນມະນີ ຮອງຜູ້ອໍານວຍການ ທພລ ກ່າວວ່າ: ທພລ ໄດ້ມີໂອກາດ ແລະ ເປັນການປະກອບສ່ວນໜຶ່ງ ທີ່ເຫັນເຖິງຄວາມສໍາຄັນໃນການສະໜັບສະໜູນການດໍາເນີນທຸລະກິດໃນຂະແໜງ ທ່ອງທ່ຽວ ເຊິ່ງ ທພລ ຖືເອົາລູກຄ້າລາຍໃຫຍ່ ເປັນຄູ່ຮ່ວມຍຸດທະສາດຕາມນະໂຍບາຍ ຂອງ ທພລ ຕາມນະໂຍບາຍຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຄວາມຍືນຍົງ ແລະ ຍາວນານ ເຊິ່ງບັນດາທ່ານອາດຈະຮູ້ຈັກດີວ່າ ຮ້ານອາຫານຂອບໃຈເດີ້ ເຊິ່ງເປັນໜຶ່ງໃນທຸລະກິດຂອງກຸ່ມບໍລິສັດ ອິນທິຣາ ເປັນຮ້ານອາຫານໜຶ່ງທີ່ມີການໃຫ້ບໍລິການເປັນມາດຕະຖານມາຢ່າງຍາວນານຫຼາຍກວ່າ 20 ປີ ພ້ອມກັນນັ້ນ ຍັງມີອີກຫຼາຍທຸລະກິດໃນ 7 ແຂວງ ແລະ 19 ກິດຈະການແຕ່ເໜືອຮອດໃຕ້ ເປັນຕົ້ນ ທຸລະກິດທີ່ເຮົາຄຸ້ນເຄີຍໃນສັງຄົມ ຄື: ໂຮງແຮມ ອິນທິຣາ ສະບາຍ ທີ່ເມືອງວັງວຽງ ແຂວງວຽງຈັນ ພູຜາມ່ານ ຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ຂີ່ສະລິງດື່ມກາເຟຢູ່ຕາດຟານ ເມືອງປາກຊ່ອງ ແຂວງຈໍາປາສັກ ເຊິ່ງອັນນີ້ ເປັນບາງທຸລະກິດຂອງກຸ່ມບໍລິສັດ ອິນທິຣາ ທີ່ຫຼາຍທ່ານປາກົດເຫັນພາບຢູ່ໃນໂລກອອນລາຍ ທີ່ສະແດງໃຫ້ເຫັນວ່າ ກຸ່ມບໍລິສັດ ອິນທິຣາ ທີ່ມີຄວາມເສຍສະຫຼະໃນການຕັດສິນໃຈຕໍ່ກັບການທ່ອງທ່ຽວແບບຊຸມຊົນ ເຊິ່ງອະນຸຮັກຂອງແຕ່ລະທ້ອງຖິ່ນ ສາມາດຊ່ວຍສ້າງເສດຖະກິດຕໍ່ຊຸມຊົນ ກໍຄືສັງຄົມໃນແຕ່ລະແຂວງ ເຫັນວ່າໄດ້ຮັບຜົນປະໂຫຍດເປັນວົງຈອນ. ເພື່ອເປັນການຊຸກຍູ້ຂັບດັນໃຫ້ທຸລະກິດຂະແໜງທ່ອງທ່ຽວ ສາມາດຂະຫຍາຍແຜນບູລິມະສິດ ແລະ ປັບປຸງຊີວິດການເປັນຢູ່ໃນຂອບເຂດເຄືອຂ່າຍຂອງທຸລະກິດ ຂອງກຸ່ມບໍລິສັດ ອິນທິຣາ ເຊິ່ງ ທພລ ພ້ອມໃຫ້ການສະໜັບສະໜູນ ເພື່ອໃຫ້ສາມາດບັນລຸຕາມແຜນການຂະຫຍາຍທຸລະກິດໃຫ້ມີຄວາມສອດຄ່ອງກັບກົນໄກໃໝ່ ຂອງທຸລະກິດຢ່າງໜັກແໜ້ນ. ທ່ານ ອິນທີ ເດືອນສະຫວັນ ກ່າວວ່າ: ໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທຸລະກິດທ່ອງທ່ຽວ ຖືວ່າເປັນຂະແໜງການໜຶ່ງທີ່ມີຄວາມສ່ຽງ ແລະ ມີຄວາມທ້າທາຍຕໍ່ການເຂົ້າເຖິງແຫຼ່ງທຶນເພື່ອກູ້ຢືມສໍາລັບການພັດທະນາ ແລະ ຕໍ່ຍອດທາງດ້ານທຸລະກິດ ພາຍໃຕ້ການຂັບເຄື່ອນທຸລະກິດຂອງຄະນະຜູ້ບໍລິຫານງານໃນຍຸກໃໝ່ ຂອງ ທພລ ດ້ວຍລະບົບບໍລິຫານຈັດການທີ່ທັນສະໄໝ ຈຶ່ງໄດ້ສຶກສາ ແລະ ເຂົ້າໃຈແຈ້ງຕໍ່ກັບຂະແໜງການທ່ອງທ່ຽວ ເຫັນໄດ້ເຖິງຄວາມສໍາຄັນທ່າແຮງຂອງ ສປປ ລາວ ຕໍ່ກັບທຸລະກິດການທ່ອງທ່ຽວ ຖືວ່າເປັນໜຶ່ງໃນຂະແໜງການບູລິມະສິດທີ່ລັດຖະບານໄດ້ຍົກສູງສົ່ງເສີມ ແລະ ໃຫ້ການສະໜັບສະໜູນ ສະນັ້ນ ທພລ ຈຶ່ງໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນຂັບດັນ ແລະ ຊຸກຍູ້ໃຫ້ກຸ່ມບໍລິສັດ ອິນທີຣາ ກຣຸບ ທີ່ເຫັນວ່າມີການສ້າງລະບົບການບໍລິຫານ ຈັດການແບບເປັນມືອາຊີບ ແລະ ມີຖານລູກຄ້າທີ່ມີຄວາມເຊື່ອໝັ້ນ ຊັດເຈນທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ອາຊີ ແລະ ເອີຣົບ ເຊິ່ງທັງໝົດນີ້ ສະແດງໃຫ້ເຫັນເຖິງການບໍລິຫານທຸລະກິດທີ່ມີປະສິດທິພາບ ແລະ ເປັນການສ້າງທ່າແຮງດ້ານການທ່ອງທ່ຽວໃນ ສປປ ລາວ.

.

# ຂ່າວ & ພາບ : ວຽງມາ

error: Content is protected !!