ເປີດໂຕຫ້ອງຂາຍ ແລະ ລົດ Great Wall Motor

    ພິທີເປີດໂຕຫ້ອງຂາຍ (showroom) ແລະ ເປີດໂຕລົດ Great Wall Motor 3 ຮຸ່ນ ຄື: HAVAL JOLION HAVAL H6 ແລະ ລົດກະບະ POER ຈັດຂຶ້ນໃນຮູບແບບອອນລາຍ ວັນທີ 19 ຕຸລາ 2021 ຢູ່ໂຊຣູມດັ່ງກ່າວ (ຖະໜົນກໍາແພງເມືອງ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ) ເຊິ່ງບໍລິສັດ ແກ້ວ ກຣຸບ ທີ່ຈຳໜ່າຍລົດຫຼາຍຍີ່ຫໍ້ຢູ່ປະເທດອົດສະຕຣາລີ ໄດ້ຈຳໜ່າຍລົດຍີ່ຫໍ້ນີ້ມາຫຼາຍກວ່າ 10 ປີ ສໍາລັບຢູ່ ສປປ ລາວ ໃນນາມບໍລິສັດ Auto Asia ຈຳກັດ ໄດ້ຮັບການແຕ່ງຕັ້ງໃຫ້ເປັນຕົວແທນຈຳໜ່າຍເປັນທາງການໃນ ສປປ ລາວ ຈາກບໍລິສັດ Great Wall Motor ສປ ຈີນ.

    ທ່ານ ກົງເພັດ ແກ້ວມະນີວົງ ຜູ້ຈັດການທົ່ວໄປບໍລິສັດ ໂອໂຕເອເຊຍ ຈຳກັດ ກ່າວວ່າ: ໂຊຣູມແຫ່ງນີ້ ໄດ້ຕົບແຕ່ງໃຫ້ສອດຄ່ອງກັບຮູບແບບໂຊຣູມ ທີ່ GWM ກໍານົດມາ ເພື່ອມອບຄວາມອົບອຸ່ນ ແລະ ສ້າງຄວາມປະທັບໃຈແກ່ລູກຄ້າ ເພາະເປັນຈຸດສໍາຜັດສໍາຄັນໃນການພົວພັນລະຫວ່າງພະນັກງານ ແລະ ລູກຄ້າທີ່ມາໃຊ້ບໍລິການ ເຊິ່ງບໍລິສັດ Auto Asia ຈຳກັດ ມີທີມງານຜູ້ບໍລິຫານທີ່ມີປະສົບການດ້ານການບໍລິການທຸລະກິດຈຳໜ່າຍລົດຫຼາຍກວ່າ 30 ປີ ໂດຍສະເພາະການຂາຍ ການບໍລິການຫຼັງການຂາຍທີ່ໄດ້ມາດຕະຖານ ສະໜອງອາໄຫຼ່ທີ່ວ່ອງໄວ ການບໍລິການດ້ານສິນເຊື່ອ ແລະ ອື່ນໆ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ສ້າງຄວາມພໍໃຈສູງສຸດເພື່ອມອບລົດທີ່ມີຄຸນນະພາບ ລໍ້າດ້ວຍເຕັກໂນໂລຊີເປັນມິດກັບສິ່ງແວດລ້ອມ ໃຫ້ຄວາມປອດໄພສູງສຸດ ແລະ ການອອກແບບສະຫງ່າງາມ ໃນລາຄາທີ່ເໝາະສົມ ພວກເຮົາຫວັງວ່າ GWM ຈະເປັນຍີ່ຫໍ້ໜຶ່ງທີ່ຍົກລະດັບປະສົບການການຂັບຂີ່ໃຫ້ຄວາມສະໜຸກສະໜານ ກ້າວລໍ້າດ້ວຍສະມັດຖະນະ ຄຸນນະພາບ ເຕັກໂນໂລຊີທີ່ສະຫຼາດ ຫຼູຫຼາ ສະຫງ່າງາມລະດັບ Hi-end ພື້ນທີ່ກວ້າງຂວາງ ສະດວກສະບາຍ ເໝາະກັບ Life style ຂອງຜູ້ຊົມໃຊ້ໃນປັດຈຸບັນ ແລະ ຫວັງຈະເປັນຍີ່ຫໍ້ລົດທີ່ຄົນລາວຮັກ ແລະ ໃຫ້ຄວາມເຊື່ອໝັ້ນ ເພື່ອສ້າງການປ່ຽນແປງ ແລະ ປະສົບການໄປພ້ອມກັນ.

    ທ່ານ Steven Wang ຮອງປະທານ GWM ພາກພື້ນອາຊຽນ ແລະ ປະເທດໄທ ກ່າວວ່າ: ການນໍາສະເໜີ HAVAL H6 ຮຸ່ນທີ 3 HAVAL JOLION ແລະ ກະບະ POER ໃນ ສປປ ລາວ ເປັນບາດກ້າວສຳຄັນສຳລັບແຜນຍຸດທະສາດຂອງ GWM ໃນກຸ່ມປະເທດອາຊຽນ ຫຼັງຈາກໃຊ້ເວລາສຶກສາຄົ້ນຄວ້າຕະຫຼາດ ແລະ ເຈລະຈາກັບຫຼາຍພາກສ່ວນ ພວກເຮົາໄດ້ຕັດສິນໃຈເລືອກບໍລິສັດ ແກ້ວ ກຣຸບ ເປັນຕົວແທນຈຳໜ່າຍ ເພາະເປັນ 1 ໃນ 5 ກຸ່ມບໍລິສັດທີ່ຈຳໜ່າຍລົດໃນ ສປປ ລາວ ທີ່ມີປະສົບການຫຼາຍກວ່າ 30 ປີ ໃນອຸດສາຫະກຳລົດຍົນ ພ້ອມທັງສັນຍາວ່າຈະສະໜອງການບໍລິການທີ່ດີເລີດ ແລະ ປະສົບການທີ່ປະທັບໃຈໃຫ້ລູກຄ້າ ພະຍາຍາມຊ່ວຍເຫຼືອຄູ່ທຸລະກິດໃຫ້ໄດ້ດີທີ່ສຸດ ແລະ ຈະນຳພາ GWM ກ້າວຂຶ້ນເປັນຍີ່ຫໍ້ທີິ່ໄດ້ຮັບຄວາມນິຍົມສູງສຸດໃນ ສປປ ລາວ.

    ລົດຮຸ່ນທີ 1 HAVAL JOLION 1.5L Turbo 150 ແຮງມ້າ ແລະ 220 ແຮງບິດ ເກຍໂອໂຕ 7speed DCT ອອກແບບຢ່າງໂດດເດັ່ນ ມີສະເໜ່ ຮູບຊົງສຽບຄົມ ມີຊີວິດຊີວາ ເນັ້ນຄວາມເປັນ SUV ສະປອດສະໄໝໃໝ່ ໂອບອ້ອມດ້ວຍລວດລາຍເສັ້ນສາຍທີ່ລົງໂຕທຸກອົງປະກອບ ຮຸ່ນທີ 2 All-New HAVAL H6 2.0L Turbo 204 ແຮງມ້າ ແລະ 220 ແຮງບິດ ເກຍໂອໂຕ 7speed DCT ນະວັດຕະກໍາ SUV Premium ດ້ວຍ Design ທີ່ເປັ່ງປະກາຍທຸກມິຕິ ໂດດເດັ່ນທຸກອົງປະກອບຈາກປັດສະຍາການອອກແບບແຫ່ງອະນາຄົດທີ່ປະສົມປະສານແນວຄິດແບບຕາເວັນອອກ ເຂົ້າກັບນະວັດຕະກຳສຸດລ້ຳຂອງເຕັກໂນໂລຊີຄວາມປອດໄພຊັ້ນເລີດ ຮຸ່ນທີ 3 ກະບະ GWM ເປັນລົດກະບະຈາກ ສປ ຈີນ ທີ່ສົ່ງອອກຂາຍຫຼາຍກວ່າ 45 ປະເທດທົ່ວໂລກ ນໍາໃຊ້ໂຄງສ້າງແບບໃໝ່ P71 Platform ເນັ້ນຄວາມແຂງແກ່ນ-ປອດໄພ-ນ້ຳໜັກເບົາ ໃຫ້ພື້ນທີ່ກວ້າງ-ນໍາໃຊ້ເຫຼັກພິເສດ ເຕັມດ້ວຍປະສິດຕິຜົນ ແຕ່ໃຫ້ຄວາມຮູ້ສຶກນຸ່ມນວນຄືລົດ SUV ບໍ່ວ່າຈະແລ່ນໃນທາງວິບາກ ຫຼື ໃນເມືອງ ເຄື່ອງຈັກ 2.0L Turbo ກາຊວນ ໃຫ້ພະລັງ 163Hp ແຮງບິດ 400Nm ເກຍໂອໂຕ 8 speed ຈາກ ZF ປະເທດເຢຍລະມັນ ພ້ອມລະບົບຂັບເຄື່ອນ 4 ລໍ້ອັດສະລິຍະ ທັງ 3 ຮຸ່ນມີການອອກແບບພາຍນອກ ພາຍໃນທີ່ໂດດເດັ່ນ ຫຼູຫຼາ ສວຍງາມ ທັນສະໄໝ ອັດແໜ້ນດ້ວຍເຕັກໂນໂລຊີທີ່ທັນສະ  ໄໝ ພ້ອມລະບົບຄວາມປອດໄພເປັນເລີດ ແລະ Functions ອື່ນໆອີກທີ່ໜ້າສົນໃຈ.

# ຂ່າວ & ພາບ :  ສະບາໄພ

error: Content is protected !!