ມູນນິທິຈີນ ນວ ຮ່ວມມືກັບບໍລິສັດເຕັກນິກວຽງຈັນ ຊ່ວຍເຫຼືອລ້າສີດພົ່ນຢາຂ້າເຊື້ອພະຍາດ Covid-19 ໃນ 4 ເມືອງ

    ມູນນິທິຈີນນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດເຕັກນິກວຽງຈັນ ພັນທະມິດເອເຊຍຈຳກັດ ໄດ້ຊ່ວຍເຫຼືອລ້າໃນການສີດພົ່ນຢາຂ້າເຊື້ອພະຍາດ Covid-19 ໃນ 4 ຕົວເມືອງ ປະກອບມີ ເມືອງຈັນທະບູລີ ສີໂຄດຕະບອງ ໄຊທານີ ແລະ ເມືອງໄຊເສດຖາ ລວມມູນຄ່າ 221 ລ້ານກວ່າກີບ.

    ທ່ານ ອ່າງ ຫານວິຈິດ ປະທານມູນນິທິຈີນນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວັນທີ 2 ພຶດສະພາ 2020 ວ່າ: ໃນການສີດພົ່ນຢາຂ້າເຊື້ອພະຍາດ Covid-19 ນີ້ ທາງມູນນິທິຈີນ ນວ ແມ່ນໄດ້ຮ່ວມກັບ  ໜ່ວຍກູ້ໄພມູນນິທິຈີນນະຄອນຫຼວງວຽງຈັນ 1628 ຈຸດຫໍກາງ ໄດ້ອອກສີດພົ່ນຢາຂ້າເຊື້ອພະຍາດ Covid-19 ທີ່ພວມແຜ່ລະບາດໃນປັດຈຸບັນ ເຊິ່ງການຊີດຢາໃນຄັ້ງນີ້ແມ່ນໄດ້ຊີດຂ້າເຊື້ອຕາມຖະໜົນຫົນທາງສາຍຫຼັກ ແລະ ບ້ານຕ່າງໆ ເຊິ່ງໄດ້ເລີ່ມສີດຢາຂ້າເຊື້ອມາແຕ່ວັນທີ 6 ເມສາ 2020 ເປັນຕົ້ນມາ ໃນໄລຍະຜ່ານມາ ໄດ້ສຳເລັດການສີດພົ່ນຢາຢູ່ໃນເຂດເມືອງຈັນທະບູລີ ຈຳນວນ 30 ກວ່າບ້ານ ໃຊ້ເວລາ 7 ວັນ ເຂດເມືອງສີໂຄດຕະບອງ 60 ບ້ານ ໃຊ້ເວລາ 4 ວັນ ແລະ ເຂດເມືອງໄຊທານີຈໍານວນ 104 ບ້ານໃຊ້ເວລາ 3 ວັນ ແລະ ປັດຈຸບັນແມ່ນພວມສີດພົ່ນຢາຢູ່ເມືອງໄຊເສດຖາ ຈຳນວນ 48 ບ້ານ ຄາດວ່າຈະໃຊ້ເວລາ 3 ວັນຈະສຳເລັດ ນອກຈາກນີ້ ຍັງໄດ້ໄປສີດຕາມທາງຮ່ອມທາງເຂົ້າເຮືອນປະຊາຊົນຈຳນວນ 631 ຫຼັງ ວັດ 56 ວັດ ໂຮງຮຽນ 12 ແຫ່ງ ສະຖານທີ່ຫ້ອງການຂອງພັກ-ລັດ 7 ແຫ່ງ ໃຊ້ນໍ້າຢາທັງໝົດຈໍານວນ 8 ໂຕນ.

    ທ່ານ ອ່າງ ຫານວິຈິດ ໄດ້ກ່າວຕື່ມວ່າ: ມູນນິທິຈີນ ນວ ມີຄວາມຍິນດີສືບຕໍ່ໃຫ້ການຊ່ວຍເຫຼືອໃນການສີດພົ່ນຢາຂ້າເຊື້ອພະຍາດດັ່ງກ່າວຕາມຄວາມຮຽກຮ້ອງຕ້ອງການຂອງພາກສ່ວນຕ່າງໆ ກໍຄືບັນດາ ເມືອງຕ່າງໆໃນນະຄອນຫຼວງວຽງຈັນ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!