ມື້ທີ 20 ລາວເຮົາຍັງຮັກສາສະຖິຕິບໍ່ມີໃຜຕິດເຊື້ອເພີ່ມ ຂ່າວດີເພີ່ມເຕີມ ຄືປິ່ນປົວດີໄດ້ອອກໂຮງໝໍແລ້ວອີກ 2

    ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຢືນຢັນວ່າ ມາຮອດວັນທີ 2 ພືດສະພາ 2020 ນີ້ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໄວຣັດ COVID-19 ເພີ່ມຂຶ້ນ ນັບເປັນເວລາ 20 ມື້ຕິດຕໍ່ກັນທີ່ຕົວເລກສະສົມຍັງຢູ່ 19 ກໍລະນີ ຄືເກົ່າ ມີຜູ້ປິ່ນປົວດີ ແລະ ອອກໂຮງໝໍແລ້ວເພີ່ມອີກ 2 ຄົນ ລວມເປັນ 10 ຄົນ ຍັງເຫຼືອ 9 ຄົນ ຍັງສືບຕໍ່ຮັກສາຕາມອາການຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໃນຂະນະທີ່ລັດຖະບານໄດ້ຕົກລົງຜ່ອນຜັນບາງມາດຕະການໃນການຈໍາກັດການເຄື່ອນໄຫວຂອງສັງຄົມ.​ 

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ໃນພິທີຖະແຫຼງຂ່າວໃນວັນທີ 2 ພຶດສະພາ 2020 ນີ້ວ່າ: ໃນວັນທີ 1 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 144 ຄົນ ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 3 ຄົນ ເກັບຕົວຢ່າງຜູ້ຕິດເຊື້ອທີ່ນອນປິ່ນປົວຢູ່ໂຮງໝໍມາກວດຄືນ 3 ຄົນ ຜູ້ທີ່ອອກໂຮງໝໍຕິດຕາມຢູ່ເຮືອນຄົບກໍານົດ 14 ມາກວດຄືນ 1 ຄົນ ແຮງງານຈີນທີ່ເຂົ້າມາເຮັດທາງລົດໄຟ 127 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 10 ຄົນ ຜົນກວດທັງໝົດແມ່ນບໍ່ພົບເຊື້ອໃໝ່ ໝາຍຄວາມວ່າໃນວັນທີ 1 ພຶດສະພາ 2020 ບໍ່ມີກໍລະນີໃໝ່ ສໍາລັບຜູ້ທີ່ອອກໂຮງໝໍ ກໍລະນີທີ 14 ເພື່ອຈໍາກັດຕົວເອງຢູ່ເຮືອນຄົບກໍານົດ 14 ວັນແລ້ວ ມາກວດຄືນ ເຫັນວ່າພົບເຊື້ອຄືນ ຈຶ່ງໄດ້ເອົາເຂົ້ານອນຕິດຕາມອາການຢູ່ໂຮງໝໍ.​

    ເຖິງສະພາບການລະບາດຈະຜ່ອນຄາຍລົງກໍຕາມ ແຕ່ພວກເຮົາກໍບໍ່ໄດ້ປະໝາດ ແລະ ມີການເຝົ້າລະວັງຢ່າງໃກ້ຊິດ ເພື່ອສະກັດກັ້ນບໍ່ໃຫ້ມີການລະບາດຄືນຄັ້ງທີ 2 ຍັງພຽງແຕ່ 1 ວັນທີ່ຈະສືບຕໍ່ປະຕິບັດ ຄຳສັ່ງເລກທີ 06/ນຍ ຫຼັງຈາກວັນທີ 3 ພຶດສະພາ ກໍຈະໄດ້ປະຕິບັດຜ່ອນຜັນບາງມາດຕະການ ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ຕິດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອສ້າງຄວາມເຂົ້າໃຈ ແລະ ປະຕິບັດຕາມຢ່າງຖືກຕ້ອງ ແລະ ສືບຕໍ່ປະຕິບັດບາງມາດຕະການໃນການປ້ອງກັນ ການຕິດເຊື້ອຢ່າງເຂັ້ມງວດ ເປັນຕົ້ນແມ່ນການປະຕິບັດໄລຍະຫ່າງ ການໃສ່ຜ້າປິດປາກ-ດັງ ການລ້າງມື ການໃຊ້ເຈວຂ້າເຊື້ອ ແລະ ອື່ນໆ ເພື່ອສະກັດກັ້ນບໍ່ໃຫ້ມີການລະບາດຄືນຄັ້ງທີ 2.

# ຂ່າວ & ພາບ: ວຽງມາ ລຸນທະວົງ

.

error: Content is protected !!