ເຜີຍແຜ່ນິຕິກຳກ່ຽວກັບການເບີກຈ່າຍລະບົບອຸດໜູນໃຫ້ພະນັກງານຂັ້ນບ້ານ

    ວັນທີ 14 ຕຸລາ 2021 ທີ່ຫ້ອງປະຊຸມກອງບັນຊາການ ປກສ ຂອງເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການເບີກຈ່າຍລະບົບອຸດໜູນພະນັກງານຂັ້ນບ້ານ ຜ່ານຜະລິດຕະພັນ u-money ໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ອົງການປົກຄອງບ້ານພາຍໃນເມືອງຫົງສາ ໂດຍເປັນປະທານຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກງານເສດຖະກິດ ມີທ່ານ ອາລຸນສັກ ລິນທະວົງ ຮອງຫົວໜ້າພະແນກພາຍໃນແຂວງໄຊຍະບູລີ ທ່ານ ຫົງລະຄອນ ຈັນທະມາລີ ອຳນວຍການສາຂາ ບໍລິສັດສະຕາໂທລະຄົມ ສາຂາແຂວງໄຊຍະບູລີ ພ້ອມດ້ວຍຫົວໜ້າ ຮອງຫົວໜ້າ ຫ້ອງການ ພະນັກງານຫຼັກແຫຼ່ງ ແລະ ນາຍບ້ານພາຍໃນເທສະບານເມືອງ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບການເບີກຈ່າຍລະບົບອຸດໜູນໃຫ້ພະນັກງານຂັ້ນບ້ານໃນໄລຍະຜ່ານມາ ຜ່ານຂໍ້ຕົກລົງທັງ 2 ສະບັບວ່າດ້ວຍການເບີກຈ່າຍລະບົບອຸດໜູນພະນັກງານຂັ້ນບ້ານ ດ້ວຍລະບົບ U-money ແລະ ຮັບຟັງການນຳສະເໜີຄວມຮູ້ພື້ນຖານກ່ຽວກັບການນຳໃຊ້ຜະລິດຕະພັນຂອງ U-money ແລະ ເອກະສານທີ່ພົວພັນເຖິງການນໍາໃຊ້ຜະລິດຕະພັນຈຳນວນໜຶ່ງ ສະໜອງການບໍລິການ ເບີກຈ່າຍເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ໂດຍນໍາໃຊ້ຜະລິດຕະພັນ U-money ໃຫ້ກັບພະນັກງານຂັ້ນບ້ານ ຢູ່ພາຍໃນເມືອງຫົງສາ ທີ່ບໍ່ມີການບໍລິການຂອງທະນາຄານ ການບໍລິການໂອນເງິນ ການເບີກຈ່າຍ ເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍ.

    ຈາກນັ້ນ ໄດ້ຜ່ານບົດບັນທຶກ ແລະ ເຊັນບົດບັນທຶກຮ່ວມກັນຂອງສອງຝ່າຍ ລະຫວ່າງ ທ່ານ ທອງໂຕ້ ຈັນທະລັງມາ ຫົວໜ້າຫ້ອງການພານໃນເມືອງ ແລະ ທ່ານ ຫົງລະຄອນ ຈັນທະມາລີ ອຳນວຍການສາຂາ ບໍລິສັດສະຕາ ໂທລະຄົມ ສາຂາແຂວງໄຊຍະບູລີ ໂດຍຊ້ອງໜ້າຄະນະປະທານ ແລະ ຜູ້ເຂົ້າຮ່ວມກອງປະຊຸມ.

# ຂ່າວ & ພາບ : ບຸນມີ

error: Content is protected !!