ຄະນະຜູ້ແທນຂັ້ນສູງສອງນະຄອນ ພົບປະສອງຝ່າຍໃນຮູບແບບທາງໄກ

    ວັນທີ 15 ຕຸລາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ແລະ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ນວ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍຮູບແບບທາງໄກກັບຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິງ ສສ ຫວຽດນາມ ເຊິ່ງນໍາໂດຍ ສະຫາຍ ຫວຽນ ວັນ ເນນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນໂຮ່ຈີມິງ ແລະ ສະຫາຍ ຟານ ວັນ ມ້າຍ ປະທານກໍາມະການປະຊາຊົນນະຄອນໂຮ່ຈີ່ມິງ.

    ການພົບປະຄັ້ງນີ້ ເປັນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ[ດ້ານລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈິມິງ ພ້ອມນັ້ນ ໄດ້ລາຍງານສະພາບຄວາມຫຍຸ້ງຍາກ ສິ່ງທ້າທາຍ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ບາງຜົນງານພົ້ນເດັ່ນຂອງການພັດທະນາ ນວ ແລະ ນະຄອນໂຮ່ຈີມິງໃຫ້ແກ່ກັນຊາບ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງຮ່ວມກັນວາງແຜນການຮ່ວມມືນໍາກັນໃນຕໍ່ໜ້າ.

    ໃນການພົບປະຄັ້ງນີ້ ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ລາຍງານໝາກຜົນສະພາບການຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິງໄລຍະຜ່ານມາ ເຊິ່ງໄດ້ຕີລາຄາສູງຕໍ່ການຮ່ວມມືດັ່ງກ່າວ ຫຼາຍເນື້ອໃນບົດບັນທຶກໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ໄດ້ສົ່ງເສີມສາຍພົວພັນມິດຕະພາບແບບພິເສດຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ກໍຄືປະຊາຊົນສອງນະຄອນ ການຊ່ວຍເຫຼືອຂອງນະຄອນໂຮຈີມິງ ມີຫຼາຍໂຄງການ ແລະ ມີມູນຄ່າມະຫາສານ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາ ນວ ໃຫ້ນັບມື້ເປັນຮູບປະທໍາຍິ່ງໆຂຶ້ນ ແຕ່ກໍຍັງມີບາງສະພາບທີ່ບໍ່ເອື້ອອໍານວຍ ເຮັດໃຫ້ບາງເນື້ອໃນຂອງບົດບັນທຶກບໍ່ສາມາດຈັດຕັ້ງປະຕິບັດໄດ້ ໂດຍຕາງໜ້າໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ຂໍສະເໜີການຮ່ວມມື ແລະ ແລກປ່ຽນບົດຮຽນບາງຂະແໜງການທີ່ເຮັດໄດ້ດີ  ແລະ ມີຄວາມເຂັ້ມແຂງຈໍານວນໜຶ່ງ ເພື່ອເປັນທິດທາງການຮ່ວມມືຂອງສອງນະຄອນໃນຕໍ່ໜ້າ. ພາຍຫຼັງຄະນະຜູ້ແທນຂັ້ນສູງທັງສອງນະຄອນພົບປະສໍາເລັດແລ້ວ ອົງການປົກຄອງ ນວ ແລະ ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິງ ໄດ້ເຊັນບົດບັນທຶກຮ່ວມມືໄລຍະປີ 2021-2025 ຈາກນັ້ນ ກຸ່ມບໍລິສັດໄຊງ່ອນທ່ອງທ່ຽວ ໄດ້ມອບປ້າຍທຶນການສຶກສາ 5 ທຶນ ມູນຄ່າ 1,5 ຕື້ດົງ ໃຫ້ແກ່ນະຄອນຫຼວງວຽງຈັນ ຕາງໜ້າຮັບໂດຍສະຖານກົງສູນໃຫຍ່ປະເທດລາວ ປະຈໍານະຄອນໂຮ່ຈີ່ມິງ ສສ ຫວຽດນາມ.

.

# ຂ່າວ & ພາບ : ຂັນທະວີ

error: Content is protected !!