ຄະນະກຳມະການສະຖິຕິປະເທດອາຊຽນ ຮັບຮອງເອົາບັນດາເນື້ອໃນເອກະສານທີ່ສຳຄັນ.

    ກອງປະຊຸມທາງໄກຂອງຄະນະກຳມະການສະຖິຕິ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 11 ຈັດຂຶ້ນວັນທີ 12-14 ຕຸລາ 2021 ໂດຍການເປັນເຈົ້າພາບຂອງປະເທດບຣູໄນ ສປປ ລາວ ນຳພາຄະນະຜູ້ແທນໂດຍທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມກອງປະຊຸມຮ່ວມກັບ 10 ປະເທດອາຊຽນ ພ້ອມດ້ວຍບັນດາອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາເຂົ້າຮ່ວມ. 

    ກອງປະຊຸມຄັ້ງນີ້ ເປັນກອງປະຊຸມລະດັບຂັ້ນສູງຂອງຄະນະກຳມະການສະຖິຕິປະເທດອາຊຽນ ເນື້ອໃນກອງປະຊຸມ ໄດ້ສະຫຼຸບໂດຍຫຍໍ້ ຜົນໄດ້ຮັບທີ່ສຳຄັນຂອງກອງປະຊຸມຄະນະກຳມະການສະຖິຕິອາຊຽນ ຄັ້ງທີ 10 ຮັບຮອງເອົາບັນດາເນື້ອໃນເອກະສານທີ່ສຳຄັນ ແລະ ໄດ້ທົບທວນຄືນແຜນຍຸດທະສາດສະຖິຕິອາຊຽນ ສະບັບປັບປຸງ 2016-2025 ໂດຍເນັ້ນໃສ່ຂົງເຂດການສ້າງຄວາມເຂັ້ມແຂງຂອງກົງຈັກການຈັດຕັ້ງສະຖິຕິິ ການປັບປຸງບັນດາກິດຈະກຳ ແລະ ຄວາມຍືນຍົງຕໍ່ການຕອບສະໜອງຄວາມຂໍ້ມູນສະຖິຕິອາຊຽນ ໃນເງື່ອນໄຂທີ່ມີຄວາມຕ້ອງການເພີ່ມຂຶ້ນ ການເຜີຍແຜ່ຂໍ້ມູນສະຖິຕິທາງການ ການສື່ສານ ແລະ ການນຳໃຊ້ຂໍ້ມູນສະຖິຕິຂອງອາຊຽນ ພິເສດ ກອງປະຊຸມຍັງໄດ້ທົບທວນການຈັດຕັ້ງປະຕິບັດຂອບການຊ່ວຍເຫຼືອອາຊຽນ-ຊ່ວຍ-ອາຊຽນ ຫຼື AHA ໃນການສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດດ້ານສະຖິຕິຂອງບັນດາສະມາຊິກອາຊຽນ. 

    ໃນວາລະກອງປະຊຸມ ເປັນການແລກປ່ຽນຄຳເຫັນຈາກບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນຄື: ອົງການຮ່ວມມືການຊ່ວຍເຫຼືອອາຊຽນ-ເອີຣົບ ທະນາຄານພັດທະນາອາຊີ ອົງການແຮງງານສາກົນ ກອງທຶນການເງິນສາກົນ ຫ້ອງການສະຖິຕິປະເທດຍີ່ປຸ່ນ ຄະນະກຳມາທິການເສດຖະກິດ ແລະ ສັງຄົມ ຂອງສະຫະປະຊາຊາດ ສຳລັບອາຊີ ແລະ ປາຊີຟິກ ອົງການທະນາຄານໂລກ ແລະ ພາກສ່ວນອື່ນ ກອງປະຊຸມແມ່ນໄດ້ເນັ້ນໃສ່ການສ້າງຄວາມເຂັ້ມແຂງຂອງອົງກອນສະຖິຕິ ການປັບປຸງຄວາມຍືນຍົງວຽກງານສະຖິຕິ ລວມທັງບົດຮຽນການແລກປ່ຽນທາງດ້ານງົບປະມານ ການເຂົ້າເຖິງແຫຼ່ງທຶນ ການຊ່ວຍເຫຼືອດ້ານວິຊາການ ນອກຈາກນັ້ນ ກອງປະຊຸມຍັງໄດ້ມີການນຳສະເໜີບົດຮຽນຂອງແຕ່ລະປະເທດສະມາຊິກອາຊຽນ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ວຽກງານສະຖິຕິ ເພື່ອຈັດຕັ້ງປະຕິບັດວຽກງານສະຖິຕິ ໃນຍຸກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງມີຜົນກະທົບຕໍ່ທຸກຂະແໜງການ ພິເສດ ກອງປະຊຸມຍັງໄດ້ສະຫຼຸບ ແລະ ຮັບຮອງເອົາຖະແຫຼງການຮ່ວມ ຂອງຄະນະກຳມາທິການສະຖິຕິອາຊຽນ ຄັ້ງທີ 11.

# ຂ່າວ & ພາບ : ຊິລິການດາ

error: Content is protected !!