ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດຊ້ອມແຜນຕອບໂຕ້ສະຖານະການໂຄວິດ-19 ກໍລະນີທີ່ພົບຜູ້ຕິດເຊື້ອໃນເຂດພື້ນທີ່ອ້ອມຂ້າງເມືອງຫົງສາ ໃນລະຫວ່າງວັນທີ 2-3 ພຶດສະພາ 2020 ໂດຍຈໍາລອງການເຮັດວຽກແບບປິດພື້ນທີ່ບໍ່ແຮ່ຖ່ານຫີນ ເມືອງຫົງສາ ແລະ ພື້ນທີ່ບໍ່ແຮ່ຫີນປູນ ເມືອງເງິນ ແຂວງໄຊຍະບູລີ (Lock Down Mining Operation Area).

ການຊ້ອມແຜນດັ່ງກ່າວ ຈະມີການໃຊ້ມາດຕະການກວດສອບຄັດແຍກບຸກຄົນຢ່າງເຂັ້ມງວດ ທັງພະນັກງານໄຟຟ້າຫົງສາ ແລະ ຜູ້ຮັບເໝົາ ເພື່ອເປັນການຮັບປະກັນວ່າຈະບໍ່ມີບຸກຄົນທີ່ມາຈາກພື້ນທີ່ສ່ຽງ ເຂົ້າໄປຮ່ວມປະປົນກັບພະນັກງານປົກກະຕິ ເຊິ່ງເປັນໄປຕາມມາດຕະການສະກັດກັ້ນ ແລະ ປ້ອງກັນການລະບາດຂອງໄວຣັສ Covid-19 ຂັ້ນສູງ.

ບໍລິສັດມີຄວາມໝັ້ນໃຈວ່າ ຜົນຈາກການຊ້ອມໃນຄັ້ງນີ້ ຈະເຮັດໃຫ້ພະນັກງານມີຄວາມເຂົ້າໃຈໃນ ມາດຕະການຕ່າງໆ ແລະ ສາມາດປະຕິບັດໄດ້ ເມື່ອພົບກັບເຫດການຈິງ.



# ຂ່າວ & ພາບ: ຝ່າຍສື່ສານອົງກອນ