ພັດທະນາທັກສະການນຳໃຊ້ຮູບແບບການປະຊຸມແບບອອນລາຍ

    ອາທິດຜ່ານມາ ກົມສ້າງຄູ ກະຊວງສຶກສາທິການ ແລະ ກີລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ເປີດກອງປະຊຸມເຝິກອົບຮົມ ຜ່ານທາງອອນ ລາຍ ໃນຫົວຂໍ້ ການສະໜັບສະໜູນເມືອງເປົ້າໝາຍຂອງແຜນງານບີຄວາ ໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ3 ສະບັບປັບປຸງໃໝ່ ສຳລັບສົກຮຽນ 2021-2022 ໂດຍການສະໜອງທຶນສະໜັບສະໜູນວຽກງານການສຶກສາ (ESG) ໃຫ້ກັບ 28 ເມືອງທີ່ມີເງື່ອນໄຂ ໃນ 6 ແຂວງເປົ້າໝາຍຂອງແຜນງານ ລວມມີແຂວງຜົ້ງສາລີ ຫຼວງນ້ຳທາ ຄຳມ່ວນ ສະຫວັນນະເຂດ ສາລະວັນ ແລະ ແຂວງເຊກອງ.

    ການເຝິກອົບຮົມຄັ້ງນີ້ ຈັດຂຶ້ນເປັນເວລາ 5 ວັນ ສິ່ງທ້າທາຍໃນການປ່ຽນມານຳໃຊ້ການເຝິກອົບຮົມແບບອອນລາຍ ກໍເປັນໂອກາດໃນການພັດທະນາທັກສະຂອງຜູ້ເຂົ້າຮ່ວມໃນການນຳໃຊ້ ຊູມ (Zoom) ກອງປະຊຸມການເຝິກອົບຮົມ ແລະ ການສໍາມະນາແບບອອນລາຍ ທີ່ເຮັດໃຫ້ທຸກຄົນມີສ່ວນຮ່ວມຢ່າງຫ້າວຫັນດ້ວຍຫຼາຍຊ່ອງທາງເຊັ່ນ: ການຈັດແຍກຫ້ອງປະຊຸມ (Breakout Rooms) ການນໍາໃຊ້ຫ້ອງສົນທະນາ (Chat Box) ການກວດເບີ່ງຜູ້ເຂົ້າຮ່ວມ ແລະ ອື່ນໆ ເຖິງແມ່ນວ່າສຳມະນາກອນສ່ວນຫຼາຍມີປະສົບການໃນການເຂົ້າຮ່ວມກອງປະຊຸມແບບອອນລາຍ ແຕ່ການເຝິກອົບຮົມໃນຄັ້ງນີ້ ຍັງໄດ້ນຳສະເໜີກ່ຽວກັບຄຸນລັກສະນະຕ່າງໆຂອງຊູມ (Zoom platform) ເຊິ່ງໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມມີສ່ວນຮ່ວມຢ່າງເຕັມສ່ວນໃນການເຝິກອົບຮົມ ແລະ ກຽມຄວາມພ້ອມໃຫ້ແກ່ສຳມະນາກອນ ເພື່ອຈະສາມາດຊ່ວຍຕົນເອງໃນການດຳເນີນກອງປະຊຸມ ແລະ ການເຝິກອົບຮົມຂອງພວກເຂົາໃນອະນາຄົດ.

    ທ່ານ ຍີ່ຫຼ້າ ຈັນທະເພັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຜົ້ງສາລີ ແລະ ທ່ານ ບຸນເຫຼືອ ແກ້ວມະນີໄລ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງເຊກອງ ໃນນາມເປັນປະທານກອງປະຊຸມ ໄດ້ກ່າວມີຄຳເຫັນ ໂດຍເນັ້ນໜັກໃຫ້ທີມງານວິຊາການ ກໍຄືຄູ-ອາຈານ ທີ່ໄດ້ເຂົ້າຮ່ວມກອງປະຊຸມໃຫ້ເອົາໃຈໃສ່ຄົ້ນຄ້ວາແລກປ່ຽນບົດຮຽນນຳຄະນະຈັດຕັ້ງ ເພື່ອຮັບປະກັນໃຫ້ການຊ່ວຍເຫຼືອໂຮງຮຽນມີຄຸນນະພາບດີຂຶ້ນກ່ວາເກົ່າ ພ້ອມສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງປະເທດອົດສະຕຣາລີ.

    ທ່ານ ຮສ ນາງ ວົງເດືອນ ໂອໃສ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ມີຄວາມສຳຄັນຫຼາຍ ໃນການສະໜັບສະໜູນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ3 ແລະ ເຊື່ອໝັ້ນວ່າ ທຸກທ່ານຈະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເຕັກນິກ ແລະ ຮູບແບບຕ່າງໆໃນການສະໜັບສະໜູນ ຊ່ວຍປັບປຸງການຮຽນ-ການສອນໃຫ້ດີຂຶ້ນ ເພາະການເຝິກອົບຮົມຄັ້ງນີ້ ໄດ້ຮຽນຮູ້ດ້ານວິຊາການ ແລະ ເຝິກປະຕິບັດຕົວຈິງກ່ຽວກັບການນຳໃຊ້ຊູມ (Zoom) ເພື່ອເຂົ້າຮ່ວມກອງປະຊຸມ ແລະ ຈັດກອງປະຊຸມເຝິກອົບຮົມໃນຮູບແບບອອນລາຍ ເຊິ່ງຖືວ່າທັກສະດັ່ງກ່າວນີ້ ແມ່ນມີຄວາມສຳຄັນຫຼາຍ ໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

    ສ່ວນການເຝິກອົບຮົມສຳລັບ 4 ແຂວງເປົ້າໝາຍທີ່ຍັງເຫຼືອ ແມ່ນຈະດຳເນີນໃນຮູບແບບອອນລາຍ ຫຼື ຮູບແບບປົກກະຕິນັ້ນ ແມ່ນອີງຕາມມາດຕະການໃນການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ຄາດວ່າ ຈະໄດ້ດຳເນີນໃຫ້ການຊ່ວຍເຫຼືອຄູ ໂດຍຜ່ານການລົງຕິດຕາມຢ້ຽມຢາມໂຮງຮຽນ ແລະ ກຸ່ມໂຮງຮຽນໃນໄລຍະເດືອນຕຸລາ 2021 ເຊັ່ນກັນ.

# ຂ່າວ & ພາບ : ບຸນມີ

error: Content is protected !!