ຜູ້ຊື້-ຜູ້ຂາຍໃນຕະຫຼາດໂນນຄໍ້ ຕ້ອງປະຕິບັດມາດຕະການປ້ອງກັນເຂັ້ມງວດ

    ທ່ານ ວຽງຄໍາ ລໍວັນໄຊ ຫົວໜ້າຈັດສັນຕະຫຼາດໂນນຄໍ້ ໃຫ້ຮູ້ວັນທີ 14 ຕຸລາ 2021 ວ່າ: ຕະຫຼາດໂນນຄໍ້ ເປັນຕະຫຼາດສົດທີ່ຈໍາໜ່າຍເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ສັງຄົມ ເຊິ່ງນັບແຕ່ມີການລະບາດພະຍາດໂຄວິດ-19 ຕະຫຼາດຂອງພວກເຮົາໄດ້ເອົາໃຈໃສ່ປະຕິບັດຕາມຄໍາສັ່ງ ແລະ ແຈ້ງການຂອງຂັ້ນເທິງຢ່າງເຂັ້ມງວດ ໂດຍສະເພາະ ປະຕິບັດຕາມຂໍ້ຕົກລົງສະບັບເລກທີ 37/ຈນວ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຕະຫຼາດດັ່ງກ່າວໄດ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນ ພໍ່ຄ້າ ຫຼື ແມ່ຄ້າທີ່ເຂົ້າໄປຂາຍເຄື່ອງໃນຕະຫຼາດທຸກຄົນ ໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 100% ພ້ອມນັ້ນ ຕ້ອງໃສ່ຜ້າອັດປາກ-ອັດດັງ ມີເຈວລ້າງມືວາງໄວ້ໃນໂຕະຂາຍສິນຄ້າຂອງຕົນເອງ ແລະ ຮັກສາໄລຍະຫ່າງຕາມທີ່ກໍານົດໃຫ້.

     ສໍາລັບລູກຄ້າ ກ່ອນຈະເຂົ້າໄປຈັບຈ່າຍຊື້ວັດຖຸສິ່ງຂອງພາຍໃນຕະຫຼາດ ເລີ່ມແຕ່ທາງເຂົ້າຕະຫຼາດ ໄດ້ມີໜ່ວຍງານໃຫ້ບໍລິການວັດແທກອຸນຫະພູມ ແລະ ເຈວລ້າງມື ພ້ອມນັ້ນ ລູກຄ້າຕ້ອງໃສ່ຜ້າອັດປາກ-ອັດດັງ ແລະ ສະແດງບັດໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຖ້າບໍ່ມີຕາມທີ່ກ່າວມານັ້ນ ເດັດຂາດບໍ່ອະນຸຍາດໃຫ້ເຂົ້າໄປໃນຕະຫຼາດ ທັງນີ້ກໍເພື່ອຄວາມປອດໄພຂອງຜູ້ຊື້ ແລະ ຜູ້ຂາຍ ເນື່ອງຈາກວ່າປັດຈຸບັນ ພະຍາດດັ່ງກ່າວໄດ້ລະບາດຢູ່ພາຍໃນເປັນວົງກວ້າງ ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງປະຕິບັດມາດຕະການຢ່າງເຂັ້ມງວດ ເຊິ່ງໃນແຕ່ລະມື້ ພາຍຫຼັງທີ່ປິດຕະຫຼາດແລ້ວ ເລີ່ມແຕ່ເວລາ 18:00 ໂມງ ທາງຕະຫຼາດໄດ້ມີການສີດຢ່າຂ້າເຊື້ອໃນທຸກໆມື້.

    ສໍາລັບລາຄາສິນຄ້າຢູ່ພາຍໃນຕະຫຼາດແມ່ນຍັງຢູ່ໃນລາຄາປົກກະຕິ ຕາມການແຈ້ງການພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໄຊເສດຖາ ນະຄອນຫຼວງວຽງຈັນວາງອອກ ຕົວຢ່າງ:ເຂົ້າຈ້າວປະເພດ 1 ລາຄາ 120.000 ກີບຕໍ່ໝື່ນ ເຂົ້າຈ້າວປະເພດ 2 ລາຄາ 110.000 ກີບຕໍ່ໝື່ນ ເຂົ້າສານໜຽວປະເພດ 1 ລາຄາ 110.000 ກີບ ແລະ ມີລາຄາຫຼຸດລົງຕາມແຕ່ລະປະເພດ ຊີ້ນໝູປະເພດ 1 ລາຄາ 45.000 ກີບຕໍ່ກິໂລ ຊີ້ນງົວ-ຄວາຍປະເພດ 1 ລາຄາ 85.000 ກີບ ປະເພດ 2 ລາຄາ 70.000 ກີບຕໍ່ກິໂລ ສ່ວນໜີ່ໄວໆ ໃຫ້ຂາຍບໍ່ເກີນແກັດ 55.000 ກີບ ພ້ອມນັ້ນ ຕະຫຼາດກໍມີມາດຕະການຕໍ່ຊາວຄ້າ-ຂາຍທີ່ລະເມີດລະບຽບການເປັນຕົ້ນ ການກັກຕຸນສິນຄ້າ ແລະ ຂຶ້ນລາຄາສິນຄ້າໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ແມ່ນຈະໄດ້ຮັບໂທດສຶກສາອົບຮົມ ແລະ ປັບໃໝຕາມລະບຽບການ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!