ສປປ ລາວ ຍັງກວດພົບຜູ້ຕິດເຊື້ອພາຍໃນຈຳນວນຫຼາຍ

    ທ່ານ ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ຖະແຫຼງຂ່າວປະຈຳວັນທີ 15 ຕຸລາ 2021 ຢູ່ກະຊວງສາທາະລະນະສຸກວ່າ: ວັນທີ 14 ຕຸລາ ຜ່ານມາ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ໂຄວິດ-19 ທັງໝົດ 6.512 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 573 ຄົນ (ຕິດເຊື້ອພາຍໃນ ມີ 571 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ) ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 571 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາແຂວງທີ່ມີການຕິດເຊື້ອໜ້ອຍດັ່ງນີ້: 

    ນະຄອນຫຼວງວຽງຈັນ 145 ຄົນ ມາຈາກ 73 ບ້ານ ໃນ 7 ເມືອງຄື: ເມືອງຈັນທະບູລີ ມີ 13 ບ້ານ (31 ຄົນ) ເມືອງສີໂຄດຕະບອງ ມີ 10 ບ້ານ (21 ຄົນ) ເມືອງໄຊເສດຖາ ມີ 7 ບ້ານ (14 ຄົນ) ເມືອງສີສັດຕະນາກມີ 14 ບ້ານ (44 ຄົນ) ເມືອງນາຊາທອງ ມີ 1 ບ້ານ (02 ຄົນ) ເມືອງໄຊທານີ ມີ 11 ບ້ານ (18 ຄົນ) (ບ້ານ ສົມສະຫວັນ ສູນຫຼັກ 27 ມີ 6 ຄົນ ) ເມືອງຫາດຊາຍຟອງ ມີ 6 ບ້ານ (11 ຄົນ) ສືບຕໍ່ເອົາຂໍ້ມູນຕື່ມອີກ 3 ຄົນ 

    ສຳລັບຢູ່ຕ່າງແຂວງ ຄື: ຄໍາມ່ວນມີການຕິດເຊື້ອໃໝ່ 161 ຄົນ ວຽງຈັນ: 86 ຄົນ ຫຼວງພະບາງ: 45 ຄົນ ສະຫວັນນະເຂດ: 42 ຄົນ ບໍລິຄໍາໄຊ: 31 ຄົນ ຈໍາປາສັກ: 25 ຄົນ ໄຊສົມບູນ 21 ຄົນ ບໍ່ແກ້ວ: 10 ຄົນ ສາລະວັນ: 4 ຄົນ ແລະ ແຂວງອັດຕະປື: 1 ຄົນ 

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດ 2 ຄົນ ແມ່ນຈາກແຂວງສາລະວັນ ແລະ ສະຫວັນນະເຂດ ແຂວງລະ 1 ຄົນ ມາຮອດວັນທີ 14 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 31.188 ຄົນ ເສຍຊີວິດສະສົມ 36 ຄົນ ປິ່ນປົວຫາຍດີ ແລະ ກັບບ້ານໃນວັນຜ່ານມາ 231 ຄົນ ກໍາລັງປິ່ນປົວ 7.529 ຄົນ.

.

# ຂ່າວ & ພາບ : ລັດເວລາ

error: Content is protected !!