ປະຊາຊົນຍີ່ປຸ່ນ ໃຫ້ການຊ່ວຍເຫຼືອກໍ່ສ້າງໂຮງໝໍນ້ອຍ ໃນມູນຄ່າ 600 ກວ່າລ້ານກີບ

    ໃນທ້າຍເດືອນເມສາ 2020 ນີ້ ຢູ່ທີ່ຈຸດສຸມບ້ານໜອງແສງ ເມືອງລະຄອນເພັງ ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງໂຮງໝໍນ້ອຍຂຶ້ນ. ໂດຍເຂົ້າຮ່ວມຂອງທ່ານ ສົມໃຈ ອຸ່ນຈິດ ກຳມະການພັກແຂວງ ເລຂາພັກ ເຈົ້າເມືອງລະຄອນເພັງ ທ່ານ ໄຊຊະນະ ສີສະຫັວດ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະ ທຳ-ສັງຄົມ ມີບັນດາກຳມະການພັກເມືອງ ຫົວໜ້າຈຸດສຸມ ພະນັກງານຫ້ອງການສາທາ ແລະ ອົງການຈັດຕັ້ງທີ່ກຽ່ວຂ້ອງເຂົ້າຮ່ວມ.

   ໃນນີ້ ຫ້ອງການສາທາຍັງແຈ້ງໃຫ້ຮູ້ຕື່ມອີກວ່າ: ໂຄງການກໍ່ສ້າງໂຮງໝໍນ້ອຍ ເປັນໂຄງການໜຶ່ງ, ທີ່ໄດ້ບັນຈຸເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງເມືອງລະຄອນເພັງ ໂຄງການກໍ່ສ້າງດັ່ງກ່າວ ແມ່ນໄດ້ທຶນມາຈາກປະຊາຊົນຍີ່ປຸ່ນລວມມູນຄ່າ 600 ກວ່າລ້ານກີບ ເຊີ່ງເປັນໂຄງການປຸກສ້າງໂຮງໝໍນ້ອຍຢູ່ບ້ານໜອງແສງ ມີລວງຍາວ 16 ແມັດ ລວງກວ້າງ 12 ແມັດ ມີ 5 ຫ້ອງເຮັດວຽກຄື: ຫ້ອງການ ຫ້ອງຈ່າຍຢາ ຫ້ອງກວດເຂດນອກ ຫ້ອງນອນຄົນເຈັບ ແລະ ຫ້ອງປະສູດ ທັງນີ້ກໍເພື່ອກະກຽມຄວາມພ້ອມຮັບໃຊ້ໃຫ້ບໍລິການຄົນມາປີ່ນປົວຂອງພໍ່ແມ່ປະຊາຊົນຊາວເມືອງລະຄອນເພັງ ເວົ້າສະເພາະຢູ່ໃນຈຸດສຸມໜອງແສງ ເລີ່ມລົງມືຈັດຕັ້ງປະຕິບັດຕາມສັນຍາແຕ່ວັນທີ 30 ມີນາ 2020 ຫາ ວັນທີ 30 ກັນຍາ 2020 ໃນໄລຍະ 6 ເດືອນແມ່ນສໍາເລັດໃນການກໍ່ສ້າງ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!