ຫາກໍ່ກ້າວເຂົ້າລະດູຝົນ ທຸກຄົນຕ້ອງພ້ອມກັນຕັດວົງຈອນໜອນນໍ້າຍຸງລາຍ ດ້ວຍການປະຕິບັດ 5 ປ

    ໃນໄລຍະນີ້ ຫຼາຍຄົນແມ່ນໃຫ້ຄວາມເອົາໃຈໃສ່ໃນການປ້ອງກັນພະຍາດ Covid-19 ຈົນລືມເອົາໃຈໃສ່ໃນການປ້ອງກັນພະຍາດໄຂ້ຍຸງລາຍ ເຊິ່ງປັດຈຸບັນແມ່ນໄດ້ກ້າວເຂົ້າສູ່ລະດູຝົນ ຈຶ່ງມີຄວາມສ່ຽງໃນການເກີດການແຜ່ລະບາດຂອງພະຍາດນີ້ ອີງຕາມສະຖິຕິຂອງກະຊວງສາທາລະນະສຸກ ກໍຄືກົມຄວບຄຸມພະຍາດຕິດຕໍ່ ເຊິ່ງ ສປປ ລາວເຮົາໄດ້ມີການລະບາດໃຫຍ່ຂອງພະຍາດໄຂ້ຍຸງລາຍຄັ້ງຫຼ້າສຸດໃນປີ 2013 ມີຜູ້ເຈັບເປັນຍ້ອນພະຍາດໄຂ້ຍຸງລາຍທັງໝົດ 44.250 ກໍລະນີ ເສຍຊີວິດ 95 ຄົນ.

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄວມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດວ່າ: ການລະບາດຂອງພະຍາດໄຂ້ຍຸງລາຍນັ້ນ ໃນທຸກໆ 3 ຫາ 5 ປີ ແມ່ນຈະຫວນຄືນມາເກີດການລະບາດຄັ້ງໜຶ່ງ ໃນປີ 2018 ມີຄົນເຈັບພະຍາດນີ້ 8.446 ກໍລະນີ ໃນນັ້ນເສຍຊີວິດ 19 ຄົນ ປີ 2019 ມີຄົນເຈັບໄຂ້ຍຸງລາຍ 39.091 ກໍລະນີ ເສຍຊີວິດ 76 ກໍລະນີ ສະເພາະປີ 2020 ເລີ່ມແຕ່ເດືອນມັງກອນ ຫາ ເດືອນເມສາ  ມີຄົນເຈັບສະສົມ 919 ກໍລະນີ ໃນນັ້ນເສຍຊີວິດ 1 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນຍັງຄອງຕົວເລກອັນດັບໜຶ່ງທີ່ມີຄົນເຈັບຕິດເຊື້ອພະຍາດນີ້ສູງກວ່າແຂວງອື່ນ ແລະ ມີ 1 ກໍລະນີເສຍຊີວິດ ຮອງລົງມາແມ່ນອັດຕະປື ແລະ ແຂວງວຽງຈັນ.

    ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍແຕ່ຫົວທີນັ້ນ ທຸກຄົນຕ້ອງພ້ອມກັນປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກວາງອອກເປັນປະຈຳທຸກໆອາທິດ ໂດຍສະເພາະແມ່ນຕ້ອງທຳລາຍແຫຼ່ງເພາະພັນຍຸງລາຍທີ່ຢູ່ໃກ້ຕົວເຮົາ ເປັນຕົ້ນຢູ່ພາຍໃນເຮືອນຕ້ອງຊອກຫາເບີ່ງພາຊະນະທີ່ສຸ່ມສ່ຽງກໍ່ໃຫ້ເກີດຍຸງລາຍມາໄຂ່ໃສ່ ໂດຍການອະນາໄມພາຊະນະທີ່ບັນຈຸນໍ້າ ແລະ ເອົາໃຈໃສ່ອະນາໄມຂີ້ເຫຍື້ອ ປ່າຮົກເຮື້ອອ້ອມຂ້າງເຮືອນ ໂດຍພໍ່ແມ່ປະຊາຊົນຕ້ອງເປັນເຈົ້າການທຳລາຍພາຊະນະດັ່ງກ່າວ ເພື່ອເປັນການຕັດວົງຈອນໜອນນໍ້າຍຸງລາຍ ຖ້າບໍ່ມີໜອນນໍ້າ ກໍຈະບໍ່ມີຍຸງລາຍ.

    ຜ່ານການຖອດຖອນບົດຮຽນໃນປີຜ່ານມາ ກະຊວງສາທາລະນະສຸກແມ່ນໄດ້ປ່ຽນຍຸດທະສາດ ຈະຫັນໃຫ້ບ້ານເປັນຫົວໜ່ວຍໃນການຄວບຄຸມພະຍາດໄຂ້ຍຸງລາຍ ໃນນັ້ນ ບ້ານຈະເອົາຄອບຄົວເປັນຜູ້ຈັດຕັ້ງປະຕິບັດສົມທົບກັບທາງສູນດັ່ງກ່າວ ໂດຍໄດ້ເຮັດຄູ່ມືວິທີໃນການປ້ອງກັນ ແລະ ທຳລາຍແຫຼ່ງເພາະພັນຍຸງລາຍ ເຊິ່ງການທຳລາຍແຫຼ່ງເພາະພັນໜອນນໍ້າ ແລະ ທຳລາຍຍຸງໂຕແກ່ນັ້ນ ທຸກຄົນສາມາດເຮັດໄດ້ດ້ວຍຕົນເອງ ດັ່ງນັ້ນຄວນເລີ່ມຈັດຕັ້ງປະຕິບັດດ້ວຍຕົນເອງ ນອກນັ້ນ ຍັງໄດ້ອອກຄູ່ມື້ໃນການວາງແຜນຄວບຄຸມໄຂ້ຍຸງລາຍສະເພາະຂັ້ນບ້ານ ເຊິ່ງເປັນທາງໜຶ່ງທີ່ຊຸກຍູ້ໃຫ້ປະຊາຊົນບຸກບືນປ້ອງກັນພະຍາດນີ້ແຕ່ຫົວທີ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!