ກາແດງ ສ ເກົາຫຼີ ໃຫ້ການຊ່ວຍເຫຼືອເຄື່ອງນຸ່ງຫົ່ມໃຫ້ແກ່ອົງການກາແດງລາວ

    ລະຫວ່າງເດືອນກັນຍາ – ຕຸລາ 2021 ຜ່ານມາ ສະພາກາແດງ ສ ເກົາຫຼີ ໄດ້ຈັດສົ່ງເຄື່ອງນຸ່ງຫົ່ມໃຫ້ອົງການກາແດງລາວ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທຸກຍາກໃນເຂດຫ່າງໄກສອກຫຼີກ ເຊິ່ງມີຈຳນວນ ທັງໝົດ 26 ຕູ້ຄອນເທນເນີ ລວມມູນຄ່າ 2.758.363 ໂດລາສະຫະລັດ ປະມານ 27 ຕື້ກວ່າກີບ.

     ເຄື່ອງຈຳນວນດັ່ງກ່າວ ປະກອບມີ ເກີບ ໂສ້ງ ແລະ ເສື້ອ ເປັນຍີ່ຫໍ້ ຟີລາ (FILA) ເຊິ່ງທາງອົງການກາແດງລາວຈະໄດ້ນຳໄປແຈກຢາຍໃຫ້ແກ່ພໍ່ແມ່ປະຊາຊົນໃນເຂດຫ່າງໄກສອກຫຼີກ ໄລຍະຜ່ານມາອົງການກາແດງ ສ ເກົາຫຼີ ກໍເຄີຍໄດ້ໃຫ້ການຊ່ວຍເຫຼືອປະເພດເຄື່ອງປ້ອງກັນໂຄວິດ-19 ໃຫ້ແກ່ອົງການກາແດງລາວ ແລະ ການຊ່ວຍເຫຼືອໃນຄັ້ງນີ້ ໂດຍພາຍໃຕ້ການຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນ ຂອງທັງສອງກາແດງໃຫ້ແໜ້ນແຟ້ນ ຍ້ອນເຫັນໄດ້ເຖິງຄວາມສຳຄັນຂອງອົງການກາແດງ ສ ເກົາຫຼີ ຈຶ່ງໄດ້ລະດົມເຄື່ອງຈຳນວນດັ່ງກ່າວ ສົ່ງມາໃຫ້ອົງການກາແດງລາວ ໃນນາມອົງການທາງດ້ານມະນຸດສະທຳ ເພື່ອນຳເອົາເຄື່ອງຈຳນວນດັ່ງກ່າວໄປມອບເຖິງມືຂອງກຸ່ມເປົ້າໝາຍ ແລະ ປະຊາຊົນໃນເຂດຫ່າງໄກ.

# ຂ່າວ & ພາບ : ບຸນມີ

error: Content is protected !!