ຫ້ອງເສື້ອຝ້າຍລາວ ຫັນວິກິດໃຫ້ເປັນໂອກາດ ປັບໂຕເຂົ້າກັບສະຖານະການໃນປັດຈຸບັນ

    ທ່ານ ນາງ ດວງຈັນ ສີຫາລາດ ຜູ້ຈັດການຫ້ອງເສື້ອຝ້າຍລາວຍິງ-ຊາຍ ໃຫ້ສໍາພາດວ່າ: ຫ້ອງເສື້ອຝ້າຍລາວຍິງ-ຊາຍ ໄດ້ເລີ່ມຕົ້ນມາໄດ້ຫຼາຍປີແລ້ວ ເຊິ່ງໃນເມື່ອກ່ອນ ມີຮ້ານຂາຍຢູ່ຕະຫຼາດຂົວດິນ ຈາກນັ້ນ ເຫັນວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກ ໂດຍສະເພາະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເພື່ອເປັນການຫຼຸດຜ່ອນລາຍຈ່າຍ ເຮັດໃຫ້ກິດຈະການສາມາດດໍາເນີນໄປໄດ້ ແລະ ຕົນກໍມີສະຖານທີ່ເໝາະສົມ ພ້ອມທັງສາມາດອໍານວຍຄວາມສະດວກສະບາຍໃຫ້ແກ່ລູກຄ້າ ແລະ ຫັນວິກິດໃຫ້ເປັນໂອກາດ ຈຶ່ງຕັດສິນໃຈຍ້າຍຫ້ອງຂາຍມາຢູ່ຊັ້ນ 1 ຂອງໂຮງແຮມຜາສຸກວຽງຈັນທຣາ ແຕ່ເດືອນພຶດສະພາ 2021 ເປັນຕົ້ນມາ ຜ່ານການຍ້າຍຫ້ອງຂາຍມາຢູ່ສະຖານທີ່ແຫ່ງນີ້ ໂດຍລວມແລ້ວເຫັນວ່າໄດ້ຮັບຜົນຕອບຮັບດີຈາກລູກຄ້າຜູ້ທີ່ມີຄວາມມັກຮັກໃນຝ້າຍລາວ ນອກຈາກຂາຍຢູ່ໜ້າຮ້ານແລ້ວ ຍັງຂາຍອອນລາຍຜ່ານເຟສບຸກ “ຮ້ານຂາຍສິ້ນ-ເສື້ອຝ້າຍລາວຍິງ-ຊາຍ” ມີລາຄາເລີ່ມຕົ້ນແຕ່ 40.000-450.000 ກີບ.

    ສໍາລັບຫ້ອງເສື້ອຝ້າຍລາວ ເປັນຫ້ອງເສື້ອທີ່ມີການອອກແບບລວດລາຍໃຫ້ເຂົ້າກັບຍຸກສະໄໝປັດຈຸບັນ ໂດຍພື້ນຖານຍັງຮັກສາເອກະລັກສະເພາະຂອງວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ຫຼື ອອກແບບຕາມການສັ່ງຈອງຂອງລູກຄ້າ ມີຫຼາຍຜະລິດຕະພັນໃຫ້ບໍລິການແບບຄົບວົງຈອນເຊັ່ນ: ແຜ່ນແພຝ້າຍເສັ້ນນ້ອຍ ຝ້າຍເສັ້ນໃຫຍ່ ຝ້າຍຕໍ່າດ້ວຍຈັກ ແລະ ຝ້າຍຕໍາດ້ວຍສີໄມ້ລາຍມືຂອງຄົນລາວ ເສື້ອຝ້າຍສໍາເລັດຮູບຍິງ-ຊາຍ ແພປູໂຕະ ໝອນ ກະເປົາ ແລະ ເຄື່ອງປະດັບເອ້ຢ້ອງຕ່າງໆທີ່ປະດິດດ້ວຍຄວາມປານີດ ນອກນີ້ ຍັງມີການບໍລິການຕົບແຕ່ງພາຍໃນ ແລະ ຮັບຕັດເຄື່ອງຕາມແບບ ຫຼື ຕາມການສັ່ງຈອງຂອງລູກຄ້າຕື່ມອີກ ສ່ວນແຜ່ນແພທີ່ສະໜອງໃຫ້ແກ່ການປະດິດ ແມ່ນໄດ້ຊຸກຍູ້ສົ່ງເສີມປະຊາຊົນຢູ່ເຂດຫ່າງໄກສອກຫຼີກເປັນຜູ້ຕໍ່າໃຫ້ ຫຼັກໆມາຈາກແຂວງເຊກອງ ສະຫວັນນະເຂດ ແລະ ແຂວງຫຼວງພະບາງ ປະມານ 50-60 ຄອບຄົວ.

    ທ່ານ ນາງ ດວງຈັນ ສີຫາລາດ ໃຫ້ຮູ້ຕື່ມອີກວ່າ: ຫ້ອງເສື້ອຝ້າຍລາວ ໄດ້ເນັ້ນຜະລິດຕະພັນທີ່ມີຄຸນນະພາບ ແລະ ເປັນຜະລິດຕະພັນທີ່ຍ້ອມສີທໍາມະຊາດ ມີລາຄາສົມເຫດສົມຜົນ ເຂົ້າເຖິງກຸ່ມລູກຄ້າທຸກເພດໄວ ເຊິ່ງລູກຄ້າທ່ານໃດສົນໃຈ ສາມາດເຂົ້າເບິ່ງຜະລິດຕະພັນໄດ້ທີ່ຊັ້ນ 1 ຂອງໂຮງແຮມຜາສຸກວຽງຈັນທຣາ ເປັນສະຖານທີ່ມີຄວາມເໝາະສົມ ໃກ້ເສັ້ນທາງໃຫຍ່ ກົງກັນຂ້າມກັບບ່ອນເຮັດໜັງສືຜ່ານແດນ ພິເສດ ໃກ້ກັບປະຕູໄຊ ມີສະຖານທີ່ຈອດລົດສະດວກສະບາຍ ແລະ ອື່ນໆ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!