ສຳເລັດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ

    ວັນທີ 10 ຕຸລາ 2021 ເມືອງຫົງສາ ແຂວງໄຊຍະບູລີ ໄດ້ປີດຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ (ລະບົບ 10 ວັນ) ໃຫ້ເລຂາໜ່ວຍພັກ ນາຍບ້ານ ແລະ ຂະແໜງການຂອງບ້ານທົ່ວເມືອງ ຢູ່ຫ້ອງວ່າການປົກຄອງເມືອງ ໂດຍມີທ່ານ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງຫົງສາ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນຈາກເລຂາໜ່ວຍພັກ ນາຍບ້ານ ແລະ ຂະແໜງ ການຂອງບ້ານພາຍໃນເມືອງເຂົ້າຮ່ວມ.

    ທ່ານ ນາງ ຈັນທີ ຄຳພູວົງ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງຫົງສາ ຂຶ້ນຜ່ານບົດສະຫຼຸບຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ (ລະບົບ 10 ວັນ) ຊຸດທີ I ໃຫ້ຮູ້ວ່າ: ການເປີດຮຽນຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງ ແມ່ນໄດ້ດຳເນີນການຮຽນ-ການສອນມາຕັ້ງແຕ່ວັນທີ 1-10 ຕຸລາ ຈຶ່ງສຳເລັດລົງ ເຊິ່ງມີສຳມະນາກອນເຂົ້າຮ່ວມທັງໝົດ 43 ທ່ານ ຍິງ 3 ທ່ານ ໃຊ້ເວລາຮຽນ 10 ວັນ ລວມມີ 70 ຊົ່ວໂມງ ມີ 21 ວິຊາຮຽນໃນ 3 ກຸ່ມວິຊາຫຼັກຄື: ທິດທາງລວມ ວຽກພັກ ແລະ ວຽກງານບໍລິຫານ-ການປົກຄອງ ແຕ່ລະພາກວິຊາຮຽນຂອງການເຝິກອົບຮົມ ແມ່ນໄດ້ເຊີນນັກວິທະຍາກອນທີ່ເປັນການນຳຂອງເມືອງຫົງສາ ມາຂຶ້ນຫ້ອງບັນຍາຍ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມເຝິກອົບຮົມມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບພື້ນຖານຂອງລັດທິມາກ-ເລນິນ ເພື່ອນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານໃນຕໍ່ໜ້າ.

# ຂ່າວ & ພາບ : ບຸນມີ

error: Content is protected !!