ທະນາຄານໂລກ ປັບຫຼຸດການຂະຫຍາຍຕົວເສດຖະກິດຂອງ ສປປ ລາວ ປີ 2021 ຢູ່ທີ່ 2,2%

    ທະນາຄານໂລກຊີ້ແຈງ ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ຖືກຈໍາກັດຈາກບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນເດວຕ້າ ເປັນຜົນເຮັດໃຫ້ຄົວເຮືອນ ແລະ ວິສາຫະກິດຍັງຄົງສືບຕໍ່ປະເຊີນສະພາບຄວາມຫຍຸ້ງຍາກ ເຊິ່ງໜ້າຈະເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຊ້າລົງ ນອກນັ້ນ ທະຄານໂລກຍັງປັບຫຼຸດການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ໃນປີ 2021 ຈາກ 4,0% ຂອງຄາດການໃນເດືອນເມສາ ມາເປັນ 2,2% ຈາກການຄາດຄະເນຄັ້ງຫຼ້າສຸດ (ເດືອນກັນຍາ) ຈາກຜົນກະທົບຂອງບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ແຕ່ປີ 2022 ທະນາຄານໂລກຄາດວ່າເສດຖະກິດຈະຂະຫຍາຍຕົວ 4,5% ເພີ່ມຂຶ້ນຈາກ 4,0% ຂອງການຄາດຄະເນໃນເດືອນເມສາ.

    ທ່ານ ມານູແອວລາ ເຟີໂຣ (Manuela Ferro) ຮອງປະທານທະນາຄານໂລກ ທີ່ີຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ກ່າວວ່າ: ບັນຫາການລະບາດຂອງພະຍາດໂຄວິດ-19 ທີ່ທົ່ວໂລກກໍາລັງພົບຄວາມຫຍຸ້ງຍາກ ແຕ່ກໍລະນີການຕິດເຊື້ອທີ່ເພີ່ມສູງຂຶ້ນໃນປີ 2021 ໄດ້ເຮັດໃຫ້ໂອກາດຂະຫຍາຍຕົວຂອງເສດຖະກິດພາກພື້ນນີ້ຫຼຸດລົງ ອີງຕາມຂໍ້ສະຫລຸບໃນບົດລາຍງານດັ່ງກ່າວເຫັນວ່າ: ຄວາມເສຍຫາຍທີ່ເກີດຈາກການເພີ່ມຂຶ້ນ ແລະ ການສືບຕໍ່ລະບາດຂອງພະຍາດໂຄວິດ-19 ມີຄວາມເປັນໄປໄດ້ສູງທີ່ຈະກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ເຮັດໃຫ້ຄວາມບໍ່ສະເໝີພາບໃນສັງຄົມເພີ່ມສູງຂຶ້ນໃນໄລຍະຍາວ ຄວາມຫຼົ້ມເຫຼວຂອງບັນດາວິສາຫະກິດທີ່ສາມາດດໍາເນີນທຸລະກິດໄດ້ ຫາກບໍ່ປະເຊີນກັບສະພາບເງື່ອນໄຂປັດຈຸບັນ ເປັນຜົນເຮັດໃຫ້ເກີດການສູນເສຍຊັບສິນທີ່ມີຄຸນຄ່າ ສ່ວນວິສາຫະກິດທີ່ຢູ່ລອດ ກໍພາກັນເລື່ອນການລົງທຶນໃສ່ການຜະລິດ ສໍາລັບວິສາຫະກິດຂະໜາດນ້ອຍ ແມ່ນພາກສ່ວນທີ່ຖືກກະທົບໜັກທີ່ສຸດ ຂະນະທີ່ວິສາຫະກິດຫຼາຍແຫ່ງປະເຊີນຄວາມຫຍຸ້ງຍາກ ວິສາຫະກິດຂະໜາດໃຫຍ່ໜ້າຈະປະເຊີນກັບການຫຼຸດລົງຂອງຍອດຂາຍ ຫຼື ລາຍໄດ້ ແລະ ເປັນໄປໄດ້ສູງທີ່ເຂົາເຈົ້າຈະໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ.

    ທ່ານ ອາດິດຢາ ມັດທູ (Aaditya Mattoo) ຫົວໜ້ານັກເສດຖະສາດ ທະນາຄານໂລກປະຈໍາພາກພື້ນອາຊີຕາເວັນອອກ ແລະປາຊີຟິກ ກ່າວວ່າ: “ການເລັ່ງສັກວັກແຊັງ ແລະ ການກວດຫາເຊື້ອ ເພື່ອຄວບຄຸມການຕິດຕໍ່ຂອງພະຍາດໂຄວິດ-19 ຈະສາມາດຟື້ນຟູກິດຈະກໍາເສດຖະກິດໃຫ້ແກ່ບັນດາປະເທດທີ່ກໍາລັງຜະເຊີນສະພາບຄວາມຫຍຸ້ງຍາກທາງເສດຖະກິດໄດ້ໄວສຸດພາຍໃນ 6 ເດືອນຕົ້ນປີຂອງປີ 2022 ແລະ ສາມາດເຮັດໃຫ້ອັດຕາການຂະຫຍາຍຕົວຂອງເຂດຖະກິດ ເພີ່ມເປັນສອງທົບໄດ້ໃນປີໜ້າ” ແຕ່ໃນໄລຍະຍາວ ມີພຽງແຕ່ການປະຕິຮູບລວງເລິກເທົ່ານັ້ນ ທີ່ຈະສາມາດປ້ອງກັນບໍ່ໃຫ້ເກີດສະພາບເສດຖະກິດຂະຫຍາຍຕົວຊ້າ  ແລະ  ບໍ່ໃຫ້ຄວາມສະ ເໝີພາບໃນສັງຄົມເພີ່ມຂຶ້ນ ເຊິ່ງເປັນຮູບການປະສົມປະສານການປະຕິຮູບແກ້ໄຂບັນຫາສອງສົ້ນທີ່ຍັງບໍ່ທັນປາກົດໃຫ້ເຫັນເທື່ອຢູ່ໃນພາກພື້ນນີ້”.

    ຢ່າງໃດກໍຕາມ ພາກພື້ນດັ່ງກ່າວຍັງຈະຕ້ອງເພີ່ມຄວາມພະຍາຍາມຢ່າງເອົາຈິງເອົາຈັງໃນສີ່ດ້ານ ເພື່ອແກ້ໄຂພະຍາດໂຄວິດ-19 ໃນໄລຍະຍາວຄື: ແກ້ໄຂບັນຫາຄວາມລັງເລບໍ່ໄປສັກວັກຊິນ ແລະ ແກ້ທຸກຂໍ້ຈໍາກັດດ້ານຄວາມສາມາດກະຈາຍວັກຊິນໃຫ້ທົ່ວເຖິງ ເພື່ອປ້ອງກັນບໍ່ໃຫ້ເກີດສະພາບທີ່ບໍ່ສາມາດເພີ່ມຂອບເຂດການປົກຄຸມຂອງການສັກວັກຊິນໄດ້ ປັບປຸງການກວດຫາເຊື້ອ ການຕິດຕາມ ແລະ ການແຍກດ່ຽວ ເພື່ອຄວບຄຸມການຕິດເຊື້ອ ເພີ່ມການຜະລິດວັກຊິນພາຍໃນພາກພື້ນ ເພື່ອຫຼຸດຜ່ອນການເອື່ອຍອີງໃສ່ການນໍາເຂົ້າວັກຊິນຈາກພາກພື້ນອື່ນ ສ້າງຄວາມເຂັ້ມແຂງໃຫ້ລະບົບສາທາ ເພື່ອໃຫ້ສາມາດຮັບມືກັບການສືບຕໍ່ຂອງພະຍາດດັ່ງກ່າວ ຈໍາເປັນຕ້ອງມີການຊ່ວຍເຫຼືອສາກົນ ເພື່ອສະໜັບສະໜູນຄວາມພະຍາຍາມພາຍໃນຂອງປະເທດໃນທັງສີ່ຂົງເຂດທີ່ໄດ້ກ່າວມານັ້ນ ເວົ້າສະເພາະການຊ່ວຍເຫຼືອສາກົນໃຫ້ບັນດາປະເທດທີ່ມີຄວາມສາມາດຈໍາກັດ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!