ສືບຕໍ່ມອບສິ່ງຂອງໃຫ້ປະຊາຊົນ 2 ບ້ານທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດ

    ໂດຍໄດ້ຮັບການປະກອບສ່ວນຈາກນາງ ຄໍາຫຼ້າ ຮ້ານຟິດເນັດ  ນາງ ສຸສະດາໄຊ ຍະບຸນຊູ ບ້ານ ສະພານທອງເໜືອ ເມືອງ ສີສັດຕະນາກ ລຸງ ສຸຂີ ທ່ານ ສຸຂັນສັກ ແລະ ນາງໂຄຕາມີ ນອກນີ້ ຍັງມີທ່ານ ບົວລົມ ນຶກສົມພອນ ແລະ ນາງ ສົມຮັກ ທໍາມະວົງສາ ວັນທີ 11 ຕຸລາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ນໍາເອົາສິ່ງຂອງມອບຊ່ວຍເຫຼືອປະຊາຊົນບ້ານນາໄຫ ຈໍານວນ 56 ຄອບຄົວ ແລະ ບ້ານດອນຝ້າຍ ຈໍານວນ 110 ຄອບຄົວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ມີຄາມຫຍຸ້ງຍາກໃນການດໍາລົງຊີວິດ ແລະ ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19.

# ຂ່າວ & ພາບ : ຂັນທະວີ

error: Content is protected !!