ເຄທີ ພັດທະນາສາກົນມອບຄອມພິວເຕີໃຫ້ກອງເລຂາຄະນະສະເພາະກິດໂຄວິດ-19

     ວັນທີ 8 ຕຸລາ 2021 ທ່ານ ນາງ ຈິນດາວອນ ມະໂນທໍາ ຕາງໜ້າບໍລິສັດ ເຄທີ ພັດທະນາສາກົນ ຈໍາກັດ ຍັງໄດ້ມອບຄອມພິວເຕີໂນ໊ດບຸກ 3 ເຄື່ອງ ມູນຄ່າ 12.000.000 ລ້ານກີບ ໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດເຊື້ອພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝ ຕາງໜ້າຮັບໂດຍທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!