ວັນທີ 8 ຕຸລາ 2021 ກະຊວງແຜນການ ແລະ ການລົງທຶນ ຈັດກອງປະຊຸມທົບທວນປະຈໍາປີ ເພື່ອກະກຽມຕໍ່ກອງປະຊຸມໂຕະມົນລະດັບສູງຜ່ານທາງລະບົບອອນລາຍ ເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ຊາຣາ ເຊັກເກນເນສ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ມີຜູ້ເຂົ້າຮ່ວມຈາກບັນດາກະຊວງທີ່ກ່ຽວ ຂ້ອງ ແລະ ຜູ້ຕາງໜ້າຈາກບັນດາຄູ່ຮ່ວມພັດທະນາ ລວມທັງພາກເອກະຊົນ ແລະ ອົງການສັງຄົມພົນລະເຮືອນ.

ໃນກອງປະຊຸມ ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການຕ່າງປະເທດ ໄດ້ນໍາສະເໜີກ່ຽວກັບການກະກຽມກອງປະຊຸມໂຕະມົນລະດັບສູງ ເຊິ່ງຖືເປັນໂອກາດອັນດີໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ປຶກສາຫາລືກັນກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມທີ່ໄດ້ກໍານົດຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ລວມທັງແຜນການຟື້ນຟູປະເທດ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ການກະກຽມຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ກອງປະຊຸມດັ່ງກ່າວ ຍັງໄດ້ສຸມໃສ່ປຶກສາຫາລືກ່ຽວກັບກົນໄກການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX ໂດຍສະເພາະແມ່ນຂອບຕິດຕາມ ແລະ ປະເມີນຜົນຂອງແຜນ ກໍຄືການປຶກສາຫາລືກັນກ່ຽວກັບບັນດາທາງເລືອກໃນການສ້າງຍຸດທະສາດທາງດ້ານການເງິນ ສໍາລັບຈັດຕັ້ງປະຕິບັດແຜນທີ່ສາມາດນໍາໃຊ້ໄດ້ ແລະ ແທດເໝາະກັບສະພາບຕົວຈິງ.

ພ້ອມນີ້ ກອງປະຊຸມຍັງໄດ້ປຶກສາຫາລືດ້ານອື່ນໆທີ່ຕິດພັນກັບກອງປະຊຸມໂຕະມົນລະດັບສູງທີ່ໃກ້ຈະມາເຖິງອີກດ້ວຍ ເປັນຕົ້ນ ການປຶກສາຫາລືດ້ານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດ ທະນາແບບຍືນຍົງ (ປພຍ) ຜົນສໍາເລັດ ແລະ ສິ່ງທ້າທາຍຂອງການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ VIII ລວມທັງການປຶກສາຫາລືກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມື ເພື່ອການພັດທະນາ ອີງຕາມການສະເໜີໃນບົດລາຍງານການປະເມີນແຜນດໍາເນີນງານແຫ່ງຊາດກ່ຽວກັບຖະແຫຼງການວຽງຈັນ ເຊິ່ງໄດ້ຖືກຮ່າງຂຶ້ນເພື່ອແນະນໍາການຈັດຕັ້ງປະຕິບັດຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມງານ ເພື່ອການພັດທະນາທີ່ມີປະສິດທິຜົນ.
.
# ຂ່າວ – ພາບ : ຊິລິການດາ